吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງທຶນພັດທະນາກະສິກຳສາກົນຫວັງ​ຈະເພີ່ມທະວີການຮ່ວມມືກັບຈີນໃນການຮ່ວມມືໃຕ້ໃຕ້

2019-11-16 15:08:21 cri

图片默认标题_fororder___172.100.100.3_temp_9500033_1_9500033_1_1_6036f77a-c7bf-455e-80a7-9a3be7d9130a

     ວັນທີ 15 ພະຈິກນີ້, ຢູ່ມະຫາວິທະຍາໄລປັກກິ່ງ, ກອງທຶນພັດທະນາກະສິກຳສາກົນໄດ້​ເຜີຍ​ແຜ່ “ບົດລາຍງານພັດທະນາຊົນນະບົດປີ 2019” ທີ່ມີຫົວຂໍ້ວ່າ: ສ້າງໂອກາດໃຫ້ແກ່ຊາວໜຸ່ມຊົນນະບົດ ເຊິ່ງ​ເປັນ​ການ​ເຜີຍ​ແຜ່ບົດລາຍງານດັ່ງກ່າວຢູ່ຈີນເປັນເທື່ອທຳອິດ. ຫຼັງຈາກນັ້ນ, ທ່ານໂພ​ລ໌ ວິນ​ເຕິ​ສ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ກອງທຶນພັດທະນາກະສິກຳສາກົນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI ໂດຍກ່າວວ່າ, ​ຫວັງ​ຈະ​ໄດ້​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ການ​ຮ່ວມ​ມື​ໃຕ້​ໃຕ້.
     ກອງ​ທຶນ​ພັດ​ທະ​ນາ​ກະ​ສິ​ກຳ​ສາ​ກົນ​​ໄດ້ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1977, ແມ່ນ​ສະ​ຖາ​ບັນ​ການ​ເງິ​ນອ​ງົການ​ທີ່​ສະ​ຫະ​ປະ​ຊາ​ຊາດ​ເພື່ອສະ​ໜອງ​​ເຖິງ​ກູ້​ພັດ​ທະ​ນາທັນ​ຍາ​ຫານ ແລະ ​​ກະ​ສິ​ກຳໃຫ້​ແກ່​ປະ​ເທດ​ສະ​ມາ​ຊິກ​​ທີ່​ພວມ​ພັດ​ທະ​ນາ​. ​ມາຮອດ​ປັດ​ຈຸ​ບັນ, ກອງ​ທຶນ​ພັດ​ທະ​ນາ​ກະ​ສິ​ກຳ​ສາ​ກົນ​ໄດ້​ປະ​ຕິ​ບັດ​ 32 ໂຄງ​ການ​ຢູ່​ຈີນ, ກວມ​ເອົາ​ຊາວ​ກະ​ສິ​ກອນ 4 ລ້ານ 5 ແສນ​ຄອບ​ຄົວ.

ຄຳ​ເຫັນ

0