蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄ​ສົກ​​ຫ້ອງ​ການ​ຮົງ​ກົງ​ແລະ​ມາ​ກາວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ກະ​ທຳ​​ໂຫດ​ຮ້າຍ​ຂອງ​ພວກ​​ກໍ່ຈະ​ລາ​ຈົນ​ຮົງ​ກົງ​​ທີ່ໂຈມ​ຕີ​ປະ​ຊາ​ຊົນ ແລະ ຫົວ​ໜ້າ​ຝ່າຍ​ກົດ​ໝາຍ​ແລະ​ການ​ເມືອງ​ຮົງ​ກົງ​ຢູ່​ອັງ​ກິດ

2019-11-16 16:08:58 CRI

ວັນ​ທີ 15 ພະ​ຈິກ​ນີ້, ທ່ານ​ຢ໋າງກວ່າງ ໂຄ​ສົກ​ຫ້ອງ​ການ​ຮົງ​ກົງ​ແລະ​ມາ​ກາວ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ກ່າວ​ຄຳເຫັນ​ຕໍ່​ເຫດ​ການ​ທີ່​ພວກ​​ກໍ່ຈະ​ລາ​ຈົນ​ຢູ່​ຮົງ​ກົງ​ໄດ້​ໂຈມ​ຕີ​​ຊາວຮົງ​ກົງ​ຜູ້​ໜຶ່ງຈົນ​ເສຍ​ຊີ​ວິດ ແລະ ທ່ານ​ນາງ​ເຕ​ເຣ​ຊາ ແຈງ ຫົວ​ໜ້າ​ຝ່າຍ​ກົດ​ໝາຍ​ແລະ​ການ​ເມືອງ​​ເຂດ​ບໍ​ລິ​ຫານ​ພິ​ເສດຮົງ​ກົງ​ຖືກ​ໂຈມ​ຕີ​ຢູ່​ນະ​ຄອນຫຼວງລອນດອນ​ປະ​ເທດ​ອັງ​ກິດ ແລະ ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ຜູ້​ໃຊ້​​ກຳ​ລັງ​ຮຸນ​ແຮງ ​ທັງຮ​ຽກ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຈົ່ງ​ລົງ​ໂທດ​ພວກ​ກໍ່​ຈະ​ລາ​ຈົນ​ຕາມ​ກົດ​ໝາຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຕອນ​ບ່າຍ​ວັນ​ທີ 13 ພະ​ຈິກ​ນີ້, ຢູ່​ເຂດ​ຊິ່​ນ​ເຈ້ຍ​ຮົງ​ກົງ, ພວກ​ກໍ່​ຈະ​ລາ​ຈົນ​ກຸ່ມ​ໜຶ່ງ​ໄດ້​ໂຈມ​ຕີ​ປະ​ຊາ​ຊົນ​ຮົງ​ກົງ​ທີ່​ພວມ​ກຳ​ຈັດ​ເຄື່ອງ​ກັ້ນ​ຖະ​ໜົນ​​ຢ່າງ​ປ່ວງ​ບ້າ​ ​ເຮັດ​ໃຫ້​ກຳ​ມະ​ກອນອະ​ນາ​ໄມ​ຄົນ​ໜຶ່ງ​ທີ່​ມີ​ອາ​ຍຸ 70 ປີ​ໄດ້​ຮັບ​ບາດ​ເຈັບ​ສາ​ຫັດ ແລະ ເສຍ​ຊີ​ວິດ​ໃນ​ຕອນ​ຄ່ຳ​​ມື້​ລຸນ​ມາ ເຊິ່ງແມ່ນ​ກໍ​ລະ​ນີ​ທຳ​ອິດ​ທີ່​ມີ​ຊາວ​ຮົງ​ກົງ​ເສຍ​ຊີ​ວິດ​​ນັບ​ຕັ້ງ​ແຕ່​ເກີດ​ເຫດ​ການ​ໃຊ້ກຳ​ລັງ​ຮຸ​ນ​ແຮງ​ຢູ່​ຮົງ​ກົງ ເປັນ​ຕົ້ນ​ມາ. ​ນອກ​ນີ້, ວັນ​ທີ 14 ພະ​ຈິກ​ນີ້​ຕາມ​ເວ​ລາ​ລອນດອນ, ທ່ານ​ນາງ​ເຕ​ເຣ​ຊາ ແຈງ ຫົວໜ້າ​ຝ່າຍ​ກົດ​ໝາຍ​ແລະ​ການ​ເມືອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​​ໄດ້ຖືກ​ພວກ​ກໍ່​ຈະ​ລາ​ຈົນຫຼາຍ​ສິບ​ຄົນ​ໂຈມ​ຕີ ແລະ ຖືກ​ບາດ​ເຈັບ ໃນ​ຂະ​ນະ​ທີ່​ທ່ານ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຢູ່ທ້​ອ​ງ​ຖິ່ນ​ດັ່ງ​ກ່າວ.

ຄຳ​ເຫັນ

0