ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 15 ພະຈິກນີ້, ທ່ານເມີ້ງເວີຍ ໂຄສົກຄະນະກຳມະການການພັດທະນາແລະປະຕິຮູບແຫ່ງລັດຈີນກ່າວວ່າ, ມາຮອດທ້າຍເດືອນຕຸລາຜ່ານມານີ້, ຈີນໄດ້ເຊັນສັນຍາການຮ່ວມມື “ໜຶ່ງແລວໜຶ່ງເສັ້ນທາງ” 197 ສະບັບກັບ 137 ປະເທດແລະ 30 ອົງການຈັດຕັ້ງສາກົນ ໃນນີ້ມີປະເທດພວມພັດທະນາ ແລະ ກໍມີປະເທດທີ່ພັດທະນາແລ້ວ.
ທ່ານເມີ້ງເວີຍກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນວ່າ, ໂຄງການຕ່າງໆ ເຊັ່ນ: ໂຄງການທາງລົດໄຟລາວ-ຈີນ, ທາງລົດໄຟຈີນ-ໄທ, ທາງລົດໄຟຄວາມໄວສູງຈາກາຕາ-ບັນດົງ ແລະທາງລົດໄຟຮົງກາລີ-ແຊັກບີພວມມີຄວາມຄືບໜ້າຢ່າງໝັ້ນທ່ຽງ ແລະໂຄງການພັດທະນາທ່າກຳປັ່ນຕ່າງໆ ເຊັ່ນທ່າກຳປັ່ນກົວດາ, ທ່າກຳປັ່ນຮາມບານໂຕຕາ, ທ່າກຳປັ່ນປິຣາອີສ, ທ່າກຳປັ່ນຮາລິຟາ ແລະອື່ນໆພວມດຳເນີນໄປຢ່າງສະດວກ. ເມື່ອຮອດທ້າຍເດືອນຕຸລາຜ່ານມານີ້, ຂະບວນລົດໄຟຈີນ-ເອີຣົບໄດ້ແລ່ນບໍລິການເກືອບ 2 ໝື່ນຂະບວນແລ້ວ.
ຄຳເຫັນ
0