吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ ກັບ ​ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ເສດ​ຖະ​ກິດ​ສາ​ກົນ​ຈະ​ຈັດກອງປະຊຸມໂຕະ​ມົນ “1+6” ຄັ້ງ​ທີ 4

2019-11-16 15:10:17 cri

     ຕາມ​ຂ່າວCRI: ວັນ​ທີ 15 ພະ​ຈິກ​ນີ້, ທ່ານ​ເກີງ​ຊວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ປະ​ກາດ​ວ່າ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ສົນ​ທະ​ນາ​ ກັບ​ທ່ານ​ດາ​ວິດ ມາ​ນປາ​ສ ຜູ້ອຳນວຍການໃຫຍ່​ທະ​ນາ​ຄານ​ໂລກ, ທ່ານ​ນາງ​ຄຼິ​ສຕາ​ລີ​ນາ ເກ​ໂອ​ກີ​ເອ​ວາ ຜູ້ອຳນວຍການໃຫຍ່ອົງ​ການກອງ​ທຶນ​ເງິນຕາສາ​ກົນ ຫຼື IMF, ທ່ານ​ແອ​ລານ ໂວ​ຟ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ການ​ຄ້າ​ໂລກ ຫຼື WTO, ທ່ານ​ໄກ ໄຣ​ເດີ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ແຮງ​ງານ​ສາ​ກົນ ຫຼື ILO, ທ່ານອານ​ເກນ ກູ​ເລຍ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ການ​ຮ່ວມ​ມື ແລະ ພັດ​ທະ​ນາເສດຖະກິດ ຫຼື OECD ແລະ ທ່ານ​ຮັນດານ ກວາເລັສ ປະ​ທານ​ສະ​ພາ​ມົນ​ຕີ​ຄວາມ​ໝັ້ນ​ຄົງ​ດ້ານການ​ເງິນໃນກອງປະຊຸມໂຕະມົນທີ່ຈະຈັດຂຶ້ນຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 21 ພະ​ຈິກ​ນີ້, ເພື່ອ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ ເຊັ່ນ, ສະ​ຖາ​ນະ​ການ​ເສດ​ຖະ​ກິດ​ໂລກ​ກັບນະໂຍບາຍປະ​ສານ​ງານ​ດ້ານມະ​ຫາ​ພາກ, ຊຸກ​ຍູ້​ເສດ​ຖະ​ກິດ​ຈີນ​ໃຫ້​ພັດ​ທະ​ນາ​ເຕີບໂຕໂດຍ​ຜ່ານ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນລະ​ດັບ​ສູງກວ່າ​ເກົ່າ ແລະ ຊຸກ​ຍູ້​ການ​ປະ​ຕິ​ຮູບ​ດ້ານ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ໂລກ​ເປັນ​ຕົ້ນ.

ຄຳ​ເຫັນ

0