蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ໂຍ​ບາຍ​ເງິນ​ຕາ​​ແບບຜ່ອນ​ຍານ​ເຮັດ​ໃຫ້​ການ​ທະ​ນາ​ຄານ​ທົ່ວ​ໂລກ​ອ່ອນ​ແອກວ່າ​ເກົ່າ

2019-11-16 16:09:45 CRI

ທະ​ນາ​ຄານ​ກາງ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ປະ​ຈຳ​ໄຕ​ມາດ​ກ່ຽວ​ກັບ​ນະ​ໂຍ​ບາຍ​ເງິນ​ຕາ​ສຳ​ຄັນ​ສະ​ບັບ​ໜຶ່ງ ໂດຍ​ລະ​ບຸ​ວ່າ, ທະ​ນາ​ຄານ​ກາງ​ປະ​ເທດ​ຕ່າງໆ​ໃນ​ໂລກ​ໄດ້​ພາ​ກັນຫຼຸດ​ອັດ​ຕາ​ດອກ​ເບ້ຍ​ໃຫ້​ຕ່ຳ​ລົງ ເຊິ່ງ​ເຮັດ​ໃຫ້​ຄວາມ​ອ່ອນ​ແອ​ດ້ານການ​ທະ​ນາ​ຄານ​ຂອງ​ໂລກ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ແລະ ໃນ​ຕະຫຼາດ​ມີ​ຈິດ​ສຳ​ນຶກຫຼີກ​ຄວາມ​ສ່ຽງ​ດ້ານ​ການ​ທະ​ນາ​ຄານ​ເພີ່ມ​ຂຶ້ນ.

ບົດ​ລາຍ​ງານ​ກ່າວ​ເຕື​ອນ​ວ່າ, ພາຍ​ໃຕ້​ເບື້ອງຫຼັງ​ດັ່ງ​ກ່າວ, ປັດ​ໄຈ​ຄວາມ​ສ່ຽງ​ອາດ​ຈະ​ພາ​ໃຫ້​​ຈິດ​ສຳ​ນຶກຫຼີກ​ຄວາມ​ສ່ຽງ​ເພີ່ມ​ຂຶ້ນ ແລະ ສ້າງຜົນ​ກະ​ທົບ​ຕໍ່​ຄວາມ​ໝັ້ນ​ທ່ຽງ​ຂອ​ງ​ລະ​ບົບ​ການ​ທະ​ນາ​ຄານ ພ້ອມ​ທັງ​ສ້າງ​ຜົນ​ກະ​ທົບ​ຕໍ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຂອງ​ໂລກ, ສະ​ນັ້ນ, ຄວນ​ພິ​ຈາ​ລະ​ນາ​ເພີ່ມ​ນະ​ໂຍ​ບາຍ​ທີ່​ສົມ​ຄູ່​ກັນ, ດຳ​ເນີນ​ການ​ປະ​ຕິ​ຮູບ​ດ້ານ​ໂຄງ​ປະ​ກອບ, ເພີ່ມ​ພະ​ລັງ​ຊຸກ​ດັນ ແລະ ຄວາມ​ເຂັ້ມ​ແຂງ​ໃນ​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ເຕີບ​ໂຕ​ເປັນ​ໄລ​ຍະ​ຍາວ.

ຄຳ​ເຫັນ

0