吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕຳ​ຫຼວດ​ປາ​ຣີ​ຈັບ​ຜູ້​ປະ​ທ້ວງ​ທີ່​ໃຊ້​ກຳ​ລັງ​ຮຸນ​ແຮງ​ຮ້ອຍກວ່າ​ຄົນ

2019-11-17 15:40:40 cri

ວັນ​ທີ 16 ພະ​ຈິກ​ນີ້, ຜູ້​ແຫ່​ຂະ​ບວນປະ​ທ້ວງ “ເສື້ອ​ກັກເຫຼືອງ” ຝ​ຣັ່ງ​ໄດ້​ເກີດ​ການ​ປະ​ທະ​ກັນ​ຢ່າງ​ຮ້າຍ​ແຮງ​ກັບ​​ເຈົ້າ​ໜ້າ​ທີ່ຕຳ​ຫຼວດ​ຢູ່​ຫຼາຍ​ຕົວ​ເມືອງ​ ເຊັ່ນ, ນະ​ຄອນ​ຫຼວງ​ປາ​ຣີ, ນະ​ຄອນ​ນານ​ເ​ຕ​ສ໌ (Nantes) ແລະ ນະ​ຄອນ​ລີ​ຢົງເປັນ​ຕົ້ນ. ມື້​ດຽວ​ກັນ, ເຈົ້າໜ້າທີ່ຕຳ​ຫຼວດ​ປາ​ຣີ​ໄດ້​ຈັບ​ຜູ້​ປະ​ທ້ວງ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ 147 ຄົນ.

 ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເລື່ອງ​ນີ້, ລົດ​ໄຟ​ໃຕ້​ດິນ​ຂອງ​ປາ​ຣີ​ໄດ້​ປິດ​ສະ​ຖາ​ນີ​ຫຼາຍ​ແຫ່ງ​ເປັນການ​ຊົ່ວ​ຄາວ. ຜູ້​​ປະ​ທ້ວງ​ຈຳ​ນວນ​ໜຶ່ງ​ຍັງ​ບຸກເຂົ້າ​ທາງ​ວົງແຫວນຮອບນອກເມືອງ​ປາ​ຣີ, ເຮັດ​ໃຫ້​ລົດ​ຕິດ​ຢູ່​ຕາມທາງ.
    ຂະບວນການປະທ້ວງ “ເສື້ອ​ກັກ​ເຫຼືອງ” ຝ​ຣັ່ງ​ເລີ່ມຂຶ້ນມາ​ແຕ່​ວັນ​ທີ 17 ພ​ະ​ຈິກ​ປີ 2018, ເນື່ອງຈາກ​ປະ​ທ້ວງ​ລັດ​ຖະ​ບານປັບອາກອນ​ນ້ຳ​ມັນ​ເຊື້ອ​ໄຟ​ໃຫ້​ສູງ​ຂຶ້ນ. ຂະບວນການ​ນີ້​ໄດ້ຈັດ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ໃນ​ທຸກ​ວັນ​ເສົາ, ໃນໄລຍະດັ່ງກ່າວໄດ້ເກີດ​​ເຫດ​ການມ້າງເພ​ທຳ​ລາຍສິ່ງຂອງຢ່າງ​ຮ້າຍ​ແຮງ ແລະ ​ການ​ປະ​ທະ​ກັນຢ່າງຮຸນແຮງລະ​ຫວ່າງເຈົ້າໜ້າທີ່​ຕຳ​ຫຼວດ ກັບ ຜູ້​ປະ​ທ້ວງ​ຫຼາຍ​ເທື່ອ​ແລ້ວ.

ສື່​ມວນ​ຊົນ​ຝ​ຣັ່ງ​ລາຍ​ງານ​ວ່າ, ຄຽງ​ຄູ່​ກັບ​ລັດ​ຖ​ະ​ບານ​ຝ​ຣັ່ງ​ໄດ້ໃຊ້​ຫຼາຍ​ມາດ​ຕະ​ການ​, ຂະບວນການ “ເສື້ອກັກເຫຼືອງ” ມີທ່ວງທ່າຫຼຸດລົງຫຼາຍແລ້ວ.

ຄຳ​ເຫັນ

0