吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຈີນ​-ຍີ່​ປຸ່ນ-​ສ.ເກົາ​ຫຼີຄັ້ງ​ທີ 12 ເອົາ​ໃຈ​ໃສ່​ນຳ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ດີຈີຕອນ

2019-11-17 15:54:48 cri

图片默认标题_fororder___172.100.100.3_temp_9500033_1_9500033_1_1_82a301a2-fa97-445d-a06a-d064baf1a2ba

    ເວ​​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຈີນ-ຍີ່​ປຸ່ນ-ສ.ເກົາ​ຫຼີ​ຄັ້ງ​ທີ 12 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ປູ​ຊານ​ຂອງ​ສ.ເກົາ​ຫຼີໃນ​ຫວ່າງ​ມໍ່ໆ​ນີ້, ຜູ້​ຕາງ​ໜ້າ​ທີ່​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫລື​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນກ່ຽວກັບ​ການ​ແລ​ກ​ປ່ຽນ ແລະ ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳຂອງ 3 ປະ​ເທດ, ໂດຍ​ສະ​ເພາະ​ແມ່ນ​ໄດ້​ບັນລຸ​ຄາວມ​ເຫັນເປັນເອກະພາບຄື​ກັນ​ອັນ​ກວ້າງ​ຂວາງ​ໃນ​ດ້ານ​ອຸດ​ສາ​ຫະ​ກຳ​ວັດ​ທ​ະ​ນະ​ທຳ​ດີຈີຕອນ ແລະ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ສາມ​ຝ່າຍ. ຊ່ຽວ​ຊານ​ທີ່​ເຂົ້າ​ຮ່ວມກອງປະຊຸມ​ຄັ້ງ​ນີ້​ຊີ້​ອອກວ່າ,​ການ​ຮ່ວມ​ມື​ໃນ​ດ້ານ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ 3 ປະ​ເທດ​ມີ​ອະນາຄົດອັນກວ້າງຂວາງ​, ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ດີຈີຕອນຂອງ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ແລະກໍ່​ນັບ​ມື້​ກາຍ​ເປັນ​ກຳ​ລັງ​ສຳ​ຄັນ​ທີ່​ຊຸ​ກ​ຍູ້​ວັດ​ທະ​ນະ​ທຳ​ຈີນ​ກ້າວ​ໄປ​ສູ່​ໂລກ.

图片默认标题_fororder___172.100.100.3_temp_9500033_1_9500033_1_1_52682214-ea88-496a-b1ec-94a719537718

      ເວ​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ຈີນ-ຍີ່​ປຸ່ນ-ສ.ເກົາ​ຫຼີ​ຈັດ​ຂຶ້​ນ​ໂດຍ​ກະ​ຊວງວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ຈີ​ນ, ກະ​ຊວງວັດ​ທະ​ນະ​ທຳ  ກິ​ລາ ແລະທ່ອງ​ທ່ຽວ​ສ.ເກົາ​ຫຼີ ແລະ ກະ​ຊວງ​ອຸດ​ສາ​ຫະ​ກຳ​ເສດ​ຖະ​ກິດ​ຍີ່​ປຸ່ນ, ເຊິ່ງເປັນກົນໄກ ແລະ ເວ​ທີ​ສຳ​ຄັນ​ສຳລັບການແລກປ່ຽນ ແລະ ການຮ່ວມມືດ້ານອຸດສາຫະກຳວັດທະນະທຳຂອງ 3 ປະເທດ.

ຄຳ​ເຫັນ

0