郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣັກ​ປິດ​ດ່ານ​ຊາຍ​ແດນ​ແຫ່ງ​ໜຶ່ງ​ຕາມ​ຄຳ​​ຮ້ອງຂໍ​ຂອງ​ອີ​ຣານ

2019-11-17 14:42:03 cri

   ວັນ​ທີ16ພະ​ຈິກນີ້,​ອົງ​ການ​ຄຸ້ມ​ຄອ​ງການ​ປ້ອງ​ກັນ​ຊາຍ​ແດນ​ອີ​ຣັກ​ເປີດ​ເຜີຍ​ວ່າ,​ຈະ​ປິດດ່ານ​ຊ​າລາມ​ເຊັກ​ຫ໊​ທີ່​ຢູ່​ເຂດ​ຊາຍ​ແດນລະ​ຫວ່າງ​ອີ​ຣັກ​ກັບ​ອີ​ຣານ​ນັບ​ແຕ່​ວັນ​ທີ16ພະ​ຈິກນີ້​ເປັນ​ຕົ້ນ​ໄປ ​ຕາມ​ຄຳ​ຮ້ອງຂໍ​ຂອງ​ຝ່າຍ​ອີ​ຣານ, ​ໂດຍຫ້າມ​ຄົນ​ຈາກ​ອີ​ຣັກ​ເຂົ້າ​ປະ​ເທດ​ອີ​ຣານ, ແຕ່​​ການ​ເຄື່ອນ​ໄຫວທາງ​ການ​ຄ້າ​​ທີ່​ຜ່ານດ່ານ​ດັ່ງ​ກ່າວນີ້​ບໍ່​ຖືກ​ຈຳ​ກັດ​ເປັນ​ການ​ຊົ່ວ​ຄາວ.

   ທ່ານ​ອາ​ລາ​ຕີນ ຄາ​ອີ​​ຊີ,ໂຄ​ສົກ​ອົງ​ການ​ຄຸ້ມ​ຄອງ​ການ​ປ້ອງ​ກັນ​ຊາຍ​ແດນ​ອີ​ຣັກ​ໄດ້​ກ່າວໃນ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ວ່າ, ​ເນື່ອງ​ຈາກອີ​ຣານ​ໄດ້​ເກີດ​ເຫ​ດການ​ປະ​ທ້ວງ, ການ​ໃຊ້​ມາດ​ຕະ​ການ​ດັ່ງ​ກ່າວ​ແມ່ນເພື່ອ​ຕອບ​ສະ​ໜອງ​ຕາມ​ຄຳຮ້ອງຂໍ​ຂອງ​ຝ່າຍ​ອີ​ຣານ.

ຄຳ​ເຫັນ

0