吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ນັກ​ສຶກ​ສາ​ເຢຍ​ລະ​ມັນມີ​ຄວາມ​ກະ​ຕື​ລື​ລົ້ນ​ຢາກ​ໄປ​ຮຽນ​ຢູ່​ຈີນ​ນັບ​ມື້​ນັບ​ຖີບ​ສູງ​ຂຶ້ນ

2019-11-17 15:52:43 cri

     ວັນ​ທີ 16 ພະ​ຈິກ​ນີ້, ທ່ານ​ຟິ​ລິບ ເດນ​ເກວ ຫົວ​ໜ້າ​ສູນ​​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ສຳ​ລັບ​ຈີນ​ລັດ​ບາ​​ວາ​ເຣຍ​ຂອງ​ເຢຍ​ລະ​ມັນ​ກ່າວ​ວ່າ, ນັກ​ສຶກ​ສາ​ລັດ​ຕົນ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ຢາກ​ໄປ​ຮຽນ​ຢູ່​ຈີນ​ນັບ​ມື້​ນັບ​ຖີບ​ສູງ​ຂຶ້ນ.

     ໃນ​ການ​ສຳ​ມະ​ນາ​ສຳ​ລັບນັກ​ສຶກ​ສາ​ເກົ່າ​ທີ່​​ເຄີຍ​ໄປຮຽນ​ຢູ່​ຈີນ​ຂອງ​ລັດ​ບາ​ວາ​ເຣຍ​ຄັ້ງ​ໜຶ່ງ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ເດນ​ເກວ​ກ່າວ​ວ່າ, ນັບ​ແຕ່​ສູນ​ດັ່ງ​ກ່າວ ກັບ ສະ​ຖານ​ທູດ​ຈີນ​ປະ​ຈຳ​ເຢຍ​ລະ​ມັນ​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ທຶນ​ການ​ສຶກ​ສາ​ເປັນ​ເວ​ລາ 10 ປີ​ມາ​ນີ້, ນັກ​ສຶກ​ສາ​ເຢຍ​ລະ​ມັນ​ຂອງ​​ລັດ​ບາ​ວາ​ເຣຍ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. 10 ປີ​ມາ​ນີ້, ສູນ​ດັ່ງ​ກ່າວ​ໄດ້​​ໃຫ້​ທຶນຊ່ວຍ​ເຫຼືອ​ແກ່​ນັກ​ສຶກ​ສາ​ປະ​ມານ 800 ຄົນ​ໄປ​ຮຽນ​ຢູ່​ຈີນ, ໃນ​ນັ້ນ, 135 ຄົນ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຂອງ​ລັດ​ຖະ​ບານ​ຈີນ.
     ທ່ານ​ລີວ​ລີ້​ຊິ່ນ ທີ່​ປຶກ​ສາ​​ອັກ​ຄະ​ລັດ​ຖະທູດ​ພະ​ແນກ​ການ​ສຶກ​ສາ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ເຢຍ​ລະ​ມັນ​ບອກ​ນັກ​ຂ່າວ​ວ່າ, ໂດຍ​ຜ່ານ​​ການຮ່ວມ​ມື​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ເຢຍ​ລະ​ມັນ​ປະ​ຕິ​ບັດ​ໂຄງ​ການ​ທຶນ​ການ​ສຶກ​ສາ​, ສະ​ຖານ​ທູດ​ຈີນ​ຊ່ວຍ​ເລືອກ​ນັກ​ສຶກ​ສາ​ທີ່​ດີ​ເດັ່ນ​ຂອງ​ເຢຍ​ລະ​ມັນ​ໄປຮຽນ​ຢູ່​ຈີນ, ພ້ອມ​ທັງ​ສ້າງ​ເຄືອ​ຂ່າຍນັກ​ສຶກ​ສາ​ເກົ່າ​​ທີ່​ເຄີຍ​ຮຽນ​ຢູ່​ຈີນ ​ເຊິ່ງມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ຍົກ​ສູງ​ລະ​ດັບ​ສ​າ​ກົນ​ຂອງ​ການ​ສຶກ​ສາ​ຂອງ​ຈີນ.

ຄຳ​ເຫັນ

0