尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມີ​ແຕ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​​ຕໍ່​ຕ້ານ​ຄວາມ​ຮຸນ​ແຮງ​,ຮົງ​ກົງ​ຈຶ່ງ​ຈະ​ມີ​ອະ​ນາ​ຄົດ​ທີ່​ດີກວ່າ​ເກົ່າ

2019-11-18 17:51:52 cri

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ຢືນ​ຢັນຫຼັກ​ໝັ້ນ​ຂອງ​ລັດ​ຖະ​ບານ​ຈີນ​ຢ່າງ​ໜັກ​ແໜ້ນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ຮົງ​ກົງ​ໃນ​ປັດ​ຈຸ​ບັນ. ວັນ​ທີ 17 ພະ​ຈິກ​ນີ້, ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ຮົງ​ກົງ​ກ່າວ​ວ່າ: ໂດຍ​ຖື​ເອົາຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ເປັນ​ທິດ​ຊີ້​ນຳ,ສັງ​ຄົມ​ຮົງ​ກົງ​ຕ້ອງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ເພື່ອ​ຕໍ່​ຕ້ານ​ຄວາມ​ຮຸນ​ແຮງ,ຈຶ່ງ​ຈະ​ສາ​ມາດ​ປົກ​ປັກ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ໄດ້ດີກວ່າ​ເກົ່າ.
 

ທ່ານ ​ອຶງ​ເລືອງ​ໂຮ ກຳ​ມະ​ການປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ,ປະ​ທານ​ກິ​ຕິ​ມະ​ສັກ​​ຂອງສະ​ຫະ​ສະ​ມາ​ຄົມ​ຊາວ​ຟູ​ຈ້ຽນ​ຢູ່​ຮົງ​ກົງ​ກ່າວ​ວ່າ: ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ລັດ​ຖະ​ບານ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທີ່​ເຂັ້ມ​ແຂງ​ຕໍ່​ຮົງ​ກົງ,ຈະ​ຫ້າມ​ບໍ່​ໃຫ້​ເກີດ​ມີ​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ຕະ​ຫຼອດໄປ​ຢ່າງ​ເດັດ​ຂາດ.ກາ​ນ​ສະ​ໜັບ​ສະ​ໜູນ​ທີ່​ເຂັ້ມ​ແຂງ​ຂອງ​ລັດ​ຖະ​ບານ​ຈະ​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ໃຈ​ໃຫ້​ສັງ​ຄົມ​ຮົງ​ກົງ​ໃນການຕໍ່​ຕ້ານ​ຄວາມ​ຮຸນ​ແຮງ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​​ເຫດ​ການຄວາມ​ຮຸນ​ແຮງ.
 

ທ່ານ​ນາງ ຢາງ​ຈື້​ຫົງ ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນແຫ່ງ​ຊາດ​ເຂດ​ພິ​ເສດ​ຮົງ​ກົງ,ຜູ້​ອຳ​ນວຍ​ການ​ຄັງ​ສະ​ໝອງ​ພະ​ລັງ​ງານ​ຊາວ​ໜຸ່ມ​ໃໝ່​ຮົງ​ກົງ​ຊີ້​ໃຫ້​ເຫັນ​ວ່າ:ຫຼັງ​ຈາກ​ໄດ້​ຟັງ​ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ແລ້ວ,ປະ​ຊາ​ຊົນ​ຮົງ​ກົງ​ໂດຍ​ທົ່ວ​ໄປ​ຍິ່ງ​ມີ​ຄວາມ​ກ້າ​ຫານ​ແລະ​ມີ​ຄວາມ​ໝັ້ນ​ໃຈ​ໃນ​ການ​ຕໍ່​ຕ້ານ​ການ​ກະ​ທຳ​ຜິດ​ດ້ວຍ​ຄວາມ​ຮຸນ​ແຮງ​ທຸກ​​ຮູບ​ແບບ. ໃນ​ຫຼາຍ​ມື້​ຜ່ານ​ມາ, ມີ​ປະ​ຊ​າ​ຊົນ​ຫຼາຍກວ່າ​ເກົ່າ​ໄດ້​ໄປ​​ຮື​ສິ່ງ​ກີດ​ຂວາງ​ຢູ່​ຕາມ​ຖະ​ໜົນ​ທີ່​ພວກ​ກໍ່​ຈະ​ລາ​ຈົນ​ກັ້ນ​ໄວ້,ເຊື່ອ​ວ່າ​ໃນ​ອະ​ນາ​ຄົດ​ຈະ​ມີ​ປະ​ຊາ​ຊົນ​ຫຼາຍກວ່າ​ເກົ່າ​ຕໍ່​ຕ້ານ​ຄວາມ​ຮຸນ​ແຮງ​ດ້ວຍ​​ການ​ກະ​ທຳ​ຕົວ​ຈິງ,​ເພື່ອເຮັດ​ໃຫ້​ສັງ​ຄົມ​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໂດ​ຍ​ໄວ.
 

ທ່ານ​ນາງ ເ​ຢ້ຊຸ້ນ​ຊິ່ງ ກຳ​ມະ​ການ​​ສະ​ພາ​ປຶກ​ສາ​ການ​ເມືອງປະ​ຊາ​ຊົນ​ແຫ່ງ​ຊາດ​ເຂດ​ພິ​ເສດ​ຮົງ​ກົງ,ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ຮົງ​ກົງ​ກ່າວ​ວ່າ: ຄຳ​ປາ​ໄສ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​​ເປັນ​ການ​ຢື​ນ​ຢັນ​ຢ່າງ​ຈະ​ແຈ້ງວ່າ​ການຕໍ່​ຕ້ານ​ຄວາມ​ຮຸນ​ແຮງ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​​ເຫດ​ການຄວາມ​ຮຸນ​ແຮງ​ບໍ່​ແມ່ນ​​ເປັນ​ພຽງໜ້າ​ທີ່​ຂອງ​ພາກ​ສ່ວນ​ໃດ​ໜຶ່ງ​ເທົ່າ​ນັ້ນ,ຫາກ​ຄວນ​ແມ່ນ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ຂອງ​ຫຼາຍ​ພາກ​ສ່ວນ​ອີກ​ດ້ວຍ. ໃນ​ຕໍ່​ໜ້າ,​ພາກ​ສ່ວນຕ່າງໆ​ຕ້ອງ​ມີ​ການ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ,ຮ່ວມ​ແຮງ​ຮ່ວ​ມ​ໃຈ​ເຮັດ​ໜ້າ​ທີ່​ກ່ຽວ​ກັບ​ການຕໍ່​ຕ້ານ​ຄວາມ​ຮຸນ​ແຮງ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​​ເຫດ​ການຄວາມ​ຮຸນ​ແຮງ​ໃຫ້​ສຳ​ເລັດ​ຜົນ.

ຄຳ​ເຫັນ

0