蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຊ່ວຍ​ເຫຼືອອາ​ຟ​ຣິ​ກາ​ເພື່ອ​ຍົກ​ສູງຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ຢູ່​ອາ​ຟ​ຣິ​ກາ

2019-11-18 15:58:57 CRI

ວັນ​ທີ 17 ພະ​ຈິກ​ນີ້, ທ່ານ​ອາ​ມີ​ຣາ ເອວ​ຟາ​ດິວ ​ກຳ​ມະ​ກາ​ນ​ວຽກ​ງານ​ທາງ​ສັງ​ຄົມຂອງ​ຄະ​ນະ​ກຳ​ມາ​ທິການ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຢູ່​ນະ​ຄອນຫຼວງ​ອາ​ດິ​ສ​ອາ​ເບ​ບາ​ປະ​ເທດ​ເອ​​ທິໂອ​ປີ​ວ່າ, ການ​ຊ່ວຍ​ເຫຼືອ​ດ້ານ​ການ​ແພດ​ຂອງ​ຈີນ​ຕໍ່​ອາ​ຟ​ຣິ​ກາ​ຈະ​ເປັນ​ການ​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ຢູ່​ອາ​ຟ​ຣິ​ກາຕື່ມ​ອີກ.

ທ່ານ​ອາ​ມີ​ຣາ ເອວ​ຟາ​ດິວ​ກ່າວ​ວ່າ, ການ​ຊ່ວຍ​ເຫຼືອ​ດ້ານ​ການ​ແພດ​ຂອງ​ຈີນ​ຕໍ່​ອາ​ຟ​ຣິ​ກາ​ມີຫຼາຍ​ດ້ານ, ໃນ​ນັ້ນ, ຈຸດ​ສຳ​ຄັນ​ແມ່ນ​ການ​ຊ່ວຍ​ເຫຼືອ​ດ້ານ​ເງິນ​ທຶນ​ແລະ​ເຕັກ​ນິກ ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​​ດ້ານ​ການ​ແພດຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ໃນ​ການ​ຮັບ​ມື​ກັບ​ພະ​ຍາດຕິດ​ແປດ. ໂດຍ​ຜ່ານ​​ການ​ຊ່ວຍ​ເຫຼືອ​ຈາກ​ຈີນ, ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ພວມ​ວາງ​ແຜນ​ສ້າງ​ຫ້ອງ​ທົດ​ລອງຫຼາຍ​ແຫ່ງ ເຊິ່ງ​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ຈີນ​ໃຫ້​ການ​ຊ່ວ​ຍ​ເຫຼືອ​ໃນ​ການ​ສ້າງ​ສຳ​ນັກ​ງານ​ໃຫຍ່​ຂອງ​ສູນ​ຄວບ​ຄຸມ​ພະ​ຍາດ​ອາ​ຟ​ຣິ​ກາ.

ທ່ານ​ອາ​ມີ​ຣາ ເອວ​ຟາ​ດິວກ່າວ​ຕື່ມ​ວ່າ, ຈີນ​ໃຫ້​ການ​ຊ່ວ​ຍ​ເຫຼືອ​ດ້ານ​ເຕັກ​ນິກ​ຢ່າງ​ຕໍ່​ເນື່ອງ, ໂດຍ​ຜ່ານ​ການ​ຊ່ວຍ​ເຫຼືອ​​ຂອງ​ຈີນ, ຄວາມ​ສາ​ມາດ​ຮັບ​ມື​ກັບ​ພະ​ຍາດ​​ຕິດ​ແປດ ແລະ ​ການແຜ່​ລະ​ບາດ​ຂອງ​​ພະ​ຍາດ​ຢູ່​ອາ​ຟ​ຣິ​ກາ​ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຕື່ມ​ອີກ.

ຄຳ​ເຫັນ

0