蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​​ຫ້າມບຸກ​ຄົນ​ໃດໆ​ທ້າ​ທາຍ​ຕໍ່ເສັ້ນ​ເພ​ດານ​ຕ່ຳ​ສຸດ​ຂອງ​ຫຼັກ​ການ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຢ່າງ​ເດັດ​ຂາດ

2019-11-18 15:57:06 CRI

ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວ​ຂອງ​ຈີນ​ໄດ້​ອອກ​ບົດ​ວິ​ເຄາະ​ໃນ​ວັນ​ທີ 18 ພະ​ຈິກ​ນີ້​ ໂດຍ​ພາດ​ຫົວ​ຂໍ້​ວ່າ: “​ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ບຸກ​ຄົນ​ໃດໆ​ທ້າ​ທາຍຕໍ່ເສັ້ນ​ເພ​ດານ​ຕ່ຳ​ສຸດ​ຂອງ​ຫຼັກ​ການ “ປະ​ເທດ​ດຽວ​ສອງ​ລະ​ບອບ””.

ພຶດ​ຕິ​ກຳ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຢູ່​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​​ນັບ​ມື້​ນັບ​​ມີ​ເນື້ອ​ໃນອຸ​ດົມ​ສົມ​ບູນ ແລະ ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ເລື້ອຍໆ, ໄດ້​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ຢ່າງຖາ​ວອນ​ຂອງ​ຮົງ​ກົງ, ເປັນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ຄວາ​ມ​ໃຝ່​ຝັນ​ຂອງ​ຈີນ, ທັງ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈຳ​ເປັນ​ໃນ​ການຂະ​ຫຍາຍ​ແລະ​ປັບ​ປຸງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃຫ້​ສົມ​ບູນ, ຊຸກ​ຍູ້​ການ​ສ້າງ​ລະ​ບົບ​​ການປົ​ກ​ປ້ອງ​ປະ​ເທດ ແລະ ຄວາມ​ສາ​ມາດ​ດ້ານ​ການ​ບໍ​ລິ​ຫານ.

ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸຸ່ມ​ປະ​ເທດບ​ຣິກ​ສ​ຄັ້ງ​ທີ 11 ທີ່​ຈັດ​ຂຶ້ນ​ຢູ່ບ​ຣາ​ຊີ​ເຣຍ, ທ່ານ​ສີ​ຈິ້ນ​ຜິງ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​​ກ່ຽວ​ກັບສະ​ຖາ​ນະ​ການ​​ຢູ່ຮົງ​ກົງ​ໃນ​ປັດ​ຈຸ​ບັນ, ໂດຍ​ຊີ້​ອອກວ່າ, ການກະ​ທຳ​ຜິດ​ດ້ວຍ​ການ​​​ໃຊ້​ກຳ​ລັງ​ຮຸນ​ແຮງ​​ຂອງ​ພວກ​ຫົວ​ຮຸນ​ແຮງ​ໄດ້ເປັນ​ການ​ທ້າ​ທາຍ​ຢ່າງ​ຮ້າຍ​ແຮງ​ຕໍ່​ເສັ້ນ​ເພ​ດານ​ຕ່ຳ​ສຸດ​ຂອງຫຼັກ​ການ “ປະ​ເທດ​ດຽວ​ສອງ​ລະ​ບອບ”, ພວກ​ເຮົາ​ເດັດ​ຂາດ​ຈະ​ບໍ່​ອະ​ນຸ​ຍາດ​​ໃຫ້​ບຸກ​ຄົນ​ໃດໆ​ທີ່​ທ້າ​ທາຍ​ເສັ້ນ​ເພ​ດານ​ຕ່ຳ​ສຸດ​ຂອງຫຼັກ​ການ “ປະ​ເທດ​ດຽວ​ສອງ​ລະ​ບອບ” ແລະ ຈະ​ລົງ​ໂທດ​ຕໍ່​ການ​ກະ​ທຳ​ຜິດ​ທຸກ​ກໍ​ລະ​ນີຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ.

ສິ່ງ​ທີ່​ຄວນ​ເນັ້ນ​ໜັກ​ນັ້ນ​ກໍ​ຄື, “ປະ​ເທດ​ດຽວ​ສອງ​ລະ​ບອບ” ແມ່ນ​ແນວ​ຄິດ​ທີ່​ສົມ​ບູນ. ໃນ​ນັ້ນ, “ປະ​ເທດ​ດຽວ” ກໍ​ປຽບ​ເໝືອນ​ຮາກ​ເຫງົ້າ, ມີ​ຮາກ​ເຫງົ້າ​ທີ່​ແຂງ​ແຮງ, ​ຕົ້ນ​ໄມ້​ຈິ່ງ​ຈະ​ສາ​ມາດ​ແຕກ​ໜໍ່​ຈໍ່​ແໜງ​ແລະ​ເຕີບ​ໃຫຍ່​ໄດ້​ດີ. ກໍ​ເຊັ່ນ​ດຽວ​ກັນໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຢູ່​ຮົງ​ກົງ, ​ກໍຈະ​ບໍ່​​ອະ​ນຸ​ຍາດໃຫ້​ແຕະ​ຕ້ອງ​ເຖິງ​ເສັ້ນ​ເພ​ດານ​ຕ່ຳ​ສຸດ​ທັງ 3 ດ້ານ​ໄດ້​ຢ່າງ​ເດັດ​ຂາດ​ເຊັ່ນ: ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ກະ​ທຳ​ທີ່​ທຳ​ລາຍ​ອະ​ທິ​ປະ​ໄຕ ແລະ ຄວາມ​ໝັ້ນ​ຄົງ​ແຫ່​ງ​ຊາດ, ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ທ້າ​ທາຍ​ຕໍ່​ສິດ​ອຳ​ນາດ​ຂອງ​ສູນ​ກາງ ແລະ ​ຄວາມ​ສັກ​ສິດຂອງ​ກົດ​ໝາຍ​ພື້ນ​ຖານ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ, ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ນຳ​ໃຊ້​ຮົງ​ກົງ ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ແຊກ​ຊຶມ ແລະ ທຳ​ລາຍ​ແຜ່ນ​ດິນ​ໃຫຍ່​ຈີນ.

ຟ້າ​ຝົນ​ຜ່ານ​ໄປ​ຈິ່ງ​ມີ​ສາຍ​ຮຸ່ງ​ທີ່​ສວຍ​ງາມ. ພວກ​ເຮົາ​ເຊື່ອ​ໝັ້ນ​​ຢ່າງ​ໜັກ​ແໜ້ນວ່າ, ໂດຍ​ມີ​ລັດ​ຖະ​ບານ​ຈີນ ແລະ ປະ​ຊາ​ຊົນ​ຈີນ 1,4 ຕື້​ຄົນ​ທີ່​ເປັນ​ກຳ​ລັງ​​ໜູນຫຼັງ​ທີ່​ແຂງ​ແກ່ນ, ຮົງ​ກົງ​ຍ່ອມ​ຈະ​ສາ​ມາດ​ເອົາ​ຊະ​ນະ​ຄວາມ​ສ່ຽງ ແລະ ສິ່ງ​ທ້າຍ​ທຸກ​ຢ່າງ​ໄດ້. ຮົງ​ກົງ​ຍ່ອມ​ຈະ​ສືບ​ຕໍ່​ເດີນ​ຕາມ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ໄດ້​ຢ່າງ​ໜັກ​ແໜ້ນ ໂດຍ​ພາຍ​ໃຕ້​​ທິດຊີ້​ນຳ​ນຳ​ພາ​ຕາມ​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ແລະ ກົດ​ໝາຍ​ພື້ນ​ຖານ​ຮົງ​ກົງ, ຮົງ​ກົງ​ຈະ​ຮ່ວມ​ກັບ​ແຜ່ນ​ດິນ​ໃຫຍ່​​ປະ​ເທດ​ຊາດ​ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ສວ​ຍ​ງາມກວ່າ​ເກົ່າ​ໃຫ້ຊົນ​ຊາດ​ຈີນ.

ຄຳ​ເຫັນ

0