蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ສຶກ​ສາ​ສື່​ດີ​ຈີ​ຕອນ​ຄັ້ງ​ທຳ​ອິດ​ໄດ້​ເນັ້ນ​ໃສ່​ການ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ສື່​ດີ​ຈີ​ຕອນ

2019-11-18 15:56:26 CRI

ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ສຶກ​ສາ​ສື່​ດີ​ຈີ​ຕອນ​ຄັ້ງ​ທຳ​ອິດ​ ເຊິ່ງ​ແມ່ນ​ວິ​ທະ​ຍາ​ໄລ​ຮູບ​ເງົາ​ຈີນ​ເປັນ​ເຈົ້າ​ພາບ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 16 ຫາ 17 ພະ​ຈິກ​ນີ້.

ກອ​ງ​ປະ​ຊຸມ​ຄັ້ງ​ນີ້​​ພາຍ​ໃຕ້​ຫົວ​ຂໍ້ “ອຸດ​ສາ​ຫະ​ກຳ, ການ​ສຶກ​ສາ, ການ​ຄົ້ນ​ຄວ້າ ແລະ ການ​ປະ​ດິດ​ສ້າງ​ໃໝ່​ໃນ​ການ​ສຶກ​ສາ​ສື່​ດີ​ຈີ​ຕອນ​ເພື່ອ​ພັດ​ທະ​ນາ​​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ” ໂດຍສຸມ​ໃສ່​ສະ​ພາບ​ການ​ປັດ​ຈຸ​ບັນ ແລະ ອະ​ນາ​ຄົດ​ຂອງ​ການ​ພັດ​ກ​ທະ​ນາ​ການ​ສຶກ​ສາ​ສື່​ດີ​ຈີ​ຕອນ​ສາ​ກົນ, ຄົ້ນ​ຄວ້າ​ວິ​ທີ ແລະ ຮູບ​ການ​ບຳ​ລຸງ​ສ້າງພະ​ນັກ​ງານ​ວິ​ຊາ​ການ ແລະ ທັດ​ສະ​ນະ​ການ​ສິດ​ສອນ​, ຄົ້ນ​ຄວ້າ​​ແລະ​ປຶກ​ສາ​ຫາ​ລື​ເຖິງ​ແນວ​ຄິດ​ປະ​ດິດ​ສ້າງ​ໃໝ່ ແລະ ມາດ​ຕະ​ການ​ໃໝ່​ໃນ​ການ​ວາງ​ແຜນ​ສ້າງ​ຂະ​ແໜງວິ​ຊາ​ດີ​ຈີ​ຕອນ ທີ່​ມຸ້ງ​ໜ້າ​ສູ່​ອະ​ນາ​ຄົດ ໂດຍ​ມີ​ຜູ້​ຮັບ​ຜິດ​ຊອບ ແລະ ຜູ້​ຊ່ຽວ​ຊານ​ດ້ານ​ຂະ​ແໜງວິ​ຊາ​ດີ​ຈີ​ຕອນ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ທີ່​ມີ​ຊື່​ສຽງ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ 145 ແຫ່ງ​ມາ​ເຂົ້າ​ຮ່ວມ​.

ຄຳ​ເຫັນ

0