尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ເວີ້ຍ​ເຟີ້ງ​ເຫີ ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ

2019-11-19 11:37:46 cri

ວັນ​ທີ 18 ພະ​ຈິກ​ນີ້, ທ່ານ ອູ​ຊ່ຽນ ໂຄ​ສົກກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ປະ​ເທດ​ໄທ ໂດຍ​ໄດ້​ແນະ​ນຳ​ສະ​ພາບ​ທີ່​ກ່ຽວ​ຂ້ອງ​ຂອງ​ການ​ພົບ​ປະ​ລະ​ຫວ່າງ​ທ່ານ ເວີ້ຍ​ເຟີ້ງ​ເຫີ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ກັບ​ທ່ານ ມາກ​ ເອ​ສ​ເປີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ. ທ່ານ ອູ​ຊ່ຽນ ກ່າວ​ວ່າ: ການ​ພົບ​ປະ​ຄັ້ງ​ນີ້​ມີບັນ​ຍາ​ກາດ​ທີ່​ຕັ້ງ​ໜ້າ​ແລະ​ມີ​ລັກ​ສະ​ນະ​ສ້າງ​ສັນ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ຄື​ສອງກອ​ງ​ທັບ​ຈີນ-ອາ​ເມ​ຣິ​ກາ​​ແລະ​ບັນ​​ຫາ​ພົ້ນ​ເດັ່ນ​ໃນສາ​ກົນ​ແລະ​ພາກ​ພື້ນ​ທີ່​ສົ​ນ​ໃຈ​ຮ່ວມ​ກັນ,ແລະ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຈຳ​ນວນ​ໜຶ່ງ.ສອງ​ຝ່າຍ​ໄດ້​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ວ່າ:ການ​ພົວ​ພັນ​ລະ​ຫວ່າງ​ສອງກອງ​ທັບ​ຈີນ​ແລະ​ອາ​ເມ​ຣິ​ກາ​ແມ່ນ​ພາກ​ສ່ວນ​ທີ່​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ,ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ກອງ​ທັບ​ໃຫ້​ໝັ້ນ​ທ່ຽງ​ແລະ​ປອດ​ໃສ​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ແລະ​ສອງກອ​ງ​ທັບ​ເທົ່າ​ນັ້ນ,ຫາກ​ຍັງ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ​ອີກ​ດ້ວຍ.
 

ທ່ານ ອູ​ຊ່ຽນ ກ່າວຕື່ມ​ວ່າ: ທ່ານ ເວີ້ຍ​ເຟີ້ງ​ເຫີ ໄດ້​ເນັ້ນ​ໜັກ​ເຖິງ​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນ​ຫາ​ໄຕ້​ຫວັນ,ທະ​ເລ​ຈີນ​ໃຕ້,​​ບັນ​ຫາ​ກ່ຽວ​ກັບ​ຮົງ​ກົງ​ແລະ​ບັນ​ຫາ​ອື່ນໆ. ໃນ​ບັນ​ຫາ​ທະ​ເລ​ຈີນ​ໃຕ້,​ຈີນ​ມີ​ຄວາມ​ອົດ​ທົນ​ອົດ​ກັ້ນ​ແລະ​ມີຄວາມ​ຕັດ​ສິນ​ໃຈ​​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ເໜືອ​ດິນ​ແດນ,​ສິດ​ແລະ​ຜົນ​ປະ​ໂຫຍດ​ທາງ​ທະ​ເລໃນທະ​ເລ​ຈີນ​ໃຕ້ ແລະ ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້,ຈີນ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຢຸດ​ຕິ​ການ​ສະ​ແດງ​ແສນ​ຍາ​ນຸ​ພາບ​ທາງ​ການ​ທະ​ຫານຂອງ​ຕົນຢູ່​ທະ​ເລ​ຈີນ​ໃຕ້,ຢຸດ​ຕິ​ການ​ສ້າງ​ຄວາມ​ວຸ້ນ​ວາຍ​ທີ່​ພາ​ໃຫ້​ສະ​ຖາ​ນະ​ການ​ຢູ່​ທະ​ເລ​ຈີນ​ໃຕ້​ຮ້າຍ​ແຮງ​ຂຶ້ນ​ຕື່ມ.

ຄຳ​ເຫັນ

0