ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ກອງປະຊຸມເປີດກວ້າງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນຄັ້ງທີ 6 ແບບເປີດກວ້າງໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກປະເທດໄທໃນຕອນບ່າຍວັນທີ 18 ພະຈິກນີ້. ທ່ານ ເວີ້ຍເຟີ້ງເຫີ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ເຂົ້າຮ່ວມແລະກ່າວຄຳປາໄສໃນກອງປະຊຸມ.
ທ່ານ ເວີ້ຍເຟີ້ງເຫີ ກ່າວວ່າ: ທັດສະນະຄວາມໝັ້ນຄົງໃໝ່ແບບ “ຮ່ວມກັນ,ກວມລວມ, ຮ່ວມມື,ຍືນຍົງ” ທີ່ທ່ານປະທານສີຈິ້ນຜິງສະເໜີອອກນັ້ນ,ເປັນການສະໜອງທັດສະນະໃໝ່ໃຫ້ແກ່ການສ້າງເສັ້ນທາງແຫ່ງຄວາມໝັ້ນຄົງບົນພື້ນຖານການຮ່ວມກັນສ້າງ,ການຊົມໃຊ້ຮ່ວມກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດ. ໂລກໃນປັດຈຸບັນພວມຜະເຊີນກັບສະຖານະການທີ່ມີການປ່ຽນແປງອັນໃຫຍ່ຫຼວງທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີຜ່ານມາ,ໂດຍຜະເຊີນໜ້າກັບໄພຂົ່ມຂູ່ແລະສິ່ງທ້າທາຍດ້ານຄວາມໝັ້ນຄົງປະເພດຕ່າງໆ,ຈີນຍິນດີຮ່ວມກັບບັນດາປະເທດໃນໂລກ,ຊຸກຍູ້ການສ້າງກົນໄກກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນແບບເປີດກວ້າງໃຫ້ກ້າວໄປໜ້າຢ່າງໝັ້ນທ່ຽງ,ນຳພາການພັດທະນາດ້ານການຮ່ວມມືທີ່ແທ້ຈິງໃຫ້ເຂົ້າສູ່ລວງເລິກ,ຮັດແໜ້ນການແລກປ່ຽນແລະການໄປມາຫາສູ່ກັນລະຫວ່າງປະຊາຊົນປະເທດຕ່າງໆ,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ,ປົກປັກຮັກສາຄວາມໝັ້ນຄົງ,ສະຖຽນລະພາບແລະສັນຕິພາບຢ່າງຖາວອນຂອງພາກພື້ນອາຊີປາຊີຟິກ.
ກອງປະຊຸມຍັງໄດ້ປຶກສາຫາລືຜ່ານ “ຖະແຫຼງການຮ່ວມຂອງກອງປະຊຸມເປີດກວ້າງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນແບບເປີດກວ້າງວ່າດ້ວຍການຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງແບບຍືນຍົງ”.
ຄຳເຫັນ
0