蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢຸ​ດ​ຕິ​ການ​​ກໍ່​ກວນ​ກາ​ນ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ເປັນ​ປົກ​ກະ​ຕິ​ຂອງ​ຈີນ​ໃນ​ທັນ​ທີ

2019-11-19 17:02:33 CRI

ຕາມ​ຂ່າວ​ແຈ້ງວ່າ, ວັນ​ທີ 17 ພະ​ຈິກ​ນີ້, ຂະ​ບວນ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຂອງ​ຈີນ​ໄດ້​​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ, ກຳ​ປັ່ນ​ຮົບ​ອາ​ເມ​ຣິ​ກາ​ແລະ​ຍີ່​ປຸ່ນ​ໄດ້​ຕິດ​ຕາມ​ຂະ​ບວນ​ກຳ​ປັ່ນ​ຂອ​ງ​ຈີນ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ເກິ່ງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າ​ວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພະ​ຈິກ​ນີ້​ວ່າ, ຈີນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢຸ​ດ​ຕິ​ການ​​ກໍ່ກວນ​ກາ​ນ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ເປັນ​ປົກ​ກະ​ຕິ​ຂອງ​ຈີນ​ໃນ​ທັນ​ທີ.

ໂຄ​ສົກ​ທະ​ຫານ​ເຮືອ​ຈີນ​ກ່າວ​ວ່າ, ວັນ​ທີ 17 ພະ​ຈິກ​ນີ້, ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ຂອງ​ຈີນ​ລຳ​ທີ 2 ໄດ້​ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ ເພື່ອ​ໄປ​ດຳ​ເນີນ​ການ​ທົດ​ລອງ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ຝຶກ​ຊ້ອມ​​ຕາມ​ປົກ​ກະ​ຕິ​ທີ່​ເຄີຍ​ປະ​ຕິ​ບັດ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວ​ຂ້ອງ​ຢູ່​ທະ​ເລ​ຈີນ​ໃຕ້. ການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ແມ່ນ​​ກິດ​ຈະ​ກຳ​ປົກ​ກະ​ຕິ​ໃນ​ການ​ສ້າງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ໂດຍ​ບໍ່​ໄດ້​ແນ​ໃສ່​ເປົ້າ​ໝາຍ​ໃດໆ ແລະ ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ. 

ຄຳ​ເຫັນ

0