蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດ​ນາມ​ຈະ​​ຈັດ​ກິດ​ຈະ​ກຳ 300 ກວ່າ​ຄັ້ງ​ໃນ​ໄລ​ຍະເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ປະ​ຈຳ​ປີ 2020

2019-11-19 17:00:46 CRI

ວັນ​ທີ 18 ພະ​ຈິກ​ນີ້, ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ທ່ານ​ຫງວຽນ​ກັວກ​ຊຸງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຂ່າວ ເພື່ອ​ແຈ້ງ​ສະ​ພາບ​ການ​ກະ​ກຽມ​ກ່ຽວ​ກັບ​ຫວຽດ​ນາມ​ຈະ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ​ປະ​ຈຳ​ປີ 2020.

ທ່ານ​​ກ່າວ​ວ່າ, ຄາດ​ວ່າ, ໃນ​ໄລ​ຍະ​ເປັນ​ປະ​ເທດ​ປະ​ທານ​ໝູ​ນ​ວຽນ, ຫວຽດ​ນາມ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກິດ​ຈະ​ກຳ 300 ກວ່າ​ຄັ້ງ ເຊິ່ງ​ລວມ​ທັງ​ກອງ​ປະ​ຊຸມ​ຂັ້ນ​ສູງ, ງານ​ວາງ​ສະ​ແດງ, ການ​ໂຄ​ສະ​ນາ​ດ້ານ​ການ​ທ່ອງ​ທ່ຽວ, ງານ​ແຂ່ງ​ຂັນ​ກິ​ລາ ແລະ ອື່ນໆ. ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​ຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ ທີ່​ເປັນ​ກິດ​ຈະ​ກຳ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຍະ​ຈ່າງໃນ​ເດືອນ​ມັງ​ກອນ​ປີ 2020. ນອກ​ນີ້, ທ່ານ​ຫງວຽນ​ກັວກ​ຊຸງຍັງ​ໄດ້​ແນະ​ນຳ​ວຽກ​ງານ​ບຸ​ລິ​ມະ​ສິດ​ໃນ​ເວ​ລາ​ຫວຽດ​ນາມ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ.

ທ່ານ​ຫງວຽນ​ກັວກ​ຊຸງກ່າວ​ຕື່ມ​ວ່າ, ຈີນ ແລະ ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ລ້ວນ​ແຕ່​ຫວັງ​ຢາ​ກາ​ເລັ່ງ​ລັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ “ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້” ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ໃນ​ຖາ​ນະ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ອາ​ຊຽນ, ຫວຽດ​ນາມ​ຈະ​ອອກ​ແຮງ​ຊຸກ​ຍູ້​ໃຫ້​ການ​ເຈະ​ລະ​ຈາ​ດຳ​ເນີນ​ໄປ​ດ້ວຍ​ຄຸນ​ນະ​ພາບ​ສູງ ແລະ ມີ​ປະ​ສິດ​ທິ​ພາບ​ສູງ. ຫວຽດ​ນາມ​ຈະ​ຕັ້ງ​ໜ້າ​ປະ​ສານ​ສົມ​ທົບ​ກັບ​ຟີ​ລິບ​ປິນ ທີ່​ເປັນ​ປະ​ເທດ​ປະ​ສານ​ງານ​ການ​ພົວ​ພັນ​ຈີນ-ອາ​ຊຽນ​ຢ່າງ​ໃກ້​ຊິດ ເພື່ອ​ພະ​ຍາ​ຍາມ​ໃຫ້​ສຳ​ເລັດ​ການ​ເຈ​ລະ​ຈາ​ຮອບ​ທີ 2 ສຳ​ເລັດໃນປີ 2020.

ຄຳ​ເຫັນ

0