蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

10 ເດືອນ​ທຳ​ອິດ​ປີ​ນີ້ຈີ​ນ​ໄດ້​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ 6,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ

2019-11-19 17:01:25 CRI

ຕົວ​ເລກ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 18 ພະ​ຈິກ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ເດືອ​ນ​ມັງ​ກອນ​ຫາ​ເດືອນ​ຕຸ​ລາ​ປີ​ນີ້, ທົ່ວ​ປະ​ເທດ​ຈີນ​ໄດ້​​ດຶງ​ດູດ​ການ​ລົງ​ທຶນ​ຂອງຕ່າງ​ປະ​ເທດ​ໃນ​ຕົວ​ຈິງ 752,41 ຕື້ຢວນ, ເພີ່ມ​ຂຶ້ນ 6,6% ເມື່​ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ທ່ານ​ຈຸ່ງ​ສາງ​ຊິ່ງ ຫົວ​ໜ້າ​ກົມ​​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ເມື່ອ​ສັງ​ເກດ​ດ້ານ​ໂຄງ​ປະ​ກອບ​ແລ້ວ​ເຫັນ​ວ່າ, 10 ເດືອນ​ທຳ​ອິດ​ປີ​ນີ້, ຂະ​ແໜງ​ການ​ບໍ​ລິ​ການ ແລະ ຂະ​ແໜງ​ການ​​ເຕັກ​ນິກ​ຂັ້ນ​ສູງ​ໄດ້​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ​ອ່າວ​ໄວ. ໃນ​ນັ້ນ, ​ຈັງ​ຫວະ​ເພີ່ມ​ຂຶ້ນ​ຂອງ​ທຶນ​ຕ່າງ​ປະ​ເທດ​ໃນ​ຂະ​ແໜງການ​ບໍ​ລິ​ການ​ດ້ານ​ຂໍ້​ມູນ​ຂ່າວ​ສານ, ​ການ​ບໍ​ລິ​ການ​ດ້ານການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ກັບ​ກາ​ນ​ອອກ​ແບບ ແລະ ຂະ​ແໜງ​ການ​​ນຳ​ເອົາ​ຜົນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ມາ​ປັບ​ໃຊ້​ໃຫ້​ເປັນ​ຮູບ​ປະ​ທຳ​ຕ່າງ​ໄດ້​ເພີ່ມ​ຂຶ້ນ 65,3%, 61% ແລະ 74,5%​ຕາມ​ລຳ​ດັບ.

ທ່ານ​​ຍັງກ່າວ​ຕື່ມ​ວ່າ, ເຖິງວ່າ​ການ​ລົງ​ທຶນ​ຂ້າມ​ຊາຍ​ແດນ​ໃນ​ທົ່ວ​ໂລກ​ຍັງ​ເພີ່ມ​ຂຶ້ນ​ບໍ່ຫຼາຍ​ກໍ​ຕາມ, ແຕ່​ການ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ຂອງ​ຈີນ​ຍັງ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໜັ​ກ​ແໜ້ນ ເຊິ່ງ​ໝາຍ​ຄວາມ​ວ່າ, ນັກ​ລົງ​ທຶນ​ທົ່ວ​ໂລກ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ການ​ລົງ​ທຶນ​​ໃນຈີນ ແລະ ຈີນ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດຶງ​ດູດ​ທຶນ​ຕ່າງ​ປະ​ເທດ​ໃນ​ປີ​ນີ້.

ຄຳ​ເຫັນ

0