黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ວ່າງຢາ​ງ​ເດີນທາງ​ຢ້ຽມຢາມ​ລາວ​ຢ່າງ​ເປັນ​ທາງ​ການ

2019-11-20 10:11:47 CRI

​ໂດຍ​ຕອບ​ສະໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ​ໄຊ​ສົມ​ພອນ ພົມວິຫານ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ແຫ່ງ ສປປ ລາວ, ທ່ານ​ວ່າງ​ຢາງ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ໄດ້​ເດີນທາງ​ຢ້ຽມຢາມ ສປປ ລາວ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16-19 ພະຈິກ​ນີ້ ​ແລະ ​ໄດ້​ເຂົ້າຢ້ຽມ​ຄຳນັບ​​ທ່ານ​ບຸນຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີລາວ, ທ່ານ​ນາງ​ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ​ລາວ ​ແລະ ​ໄດ້​ພົບ​ປະ​ກັບທ່ານ​ໄຊ​ສົມ​ພອນ ພົມວິຫານ.

​ໃນ​ເວລາ​ເຂົ້າຢ້ຽມ​ຄຳນັບ​ທ່ານ​ບຸນຍັງ ວໍລະ​ຈິດ, ທ່ານ​ວ່າງ​ຢາງ ກ່າວ​ວ່າ: ​ເດືອນ​ເມສາ​ປີ​ນີ້, ຜູ້ນຳ​ສູງ​ສຸດ​ຂອງ​ສອງ​ພັກ-ລັດ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ແຜນການ​ດຳ​ເນີນ​ງານ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ລາວ ​ເຊິ່ງ​ເປັນ​ການ​ໃຫ້​ທິດ​ຊີ້​ນຳທີ່​ສຳຄັນ ທັງ​ເປັນ​ສິ່ງ​ອ້າງ​ອີງ​​ໃນ​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຍາວ​ນານ. ຈີນ​ຍິນ​ດີ​ຮ່ວມ​ກັນກັບ​ລາວ​ເພື່ອ​ເສີມ​ຂະຫຍາຍທິດ​ຊີ້​ນຳ​ຂອງ​ການ​ນຳ​ຂັ້ນສູງ, ​ເພີ່ມ​ທະວີການ​ແລກປ່ຽນ​ທາງ​ຍຸດ​ທະ​ສາດ​ກ່ຽວ​ກັບບັນຫາ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ການ​ເຊື່ອມ​ຈອດ​ກັນ​ລະຫວ່າງ​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ” ກັບຍຸດ​ທະ​ສາດ “ຫັນ​ປະ​ເທດ​ທີ່​ບໍ່​ມີທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ” ຂອງ​ລາວ, ຊຸກຍູ້​ການ​ສ້າງ​ແລວ​ທາງ​ເສດຖະກິດ​ຈີນ-ລາວ, ດຳ​ເນີນ​ການ​ແລກປ່ຽນ​ຢ່າງຮອບດ້ານ, ຫຼາຍລະດັບ ​ແລະ ​ແບບ​ມີ​ກົນ​ໄກ.

ທ່ານ​ບູນຍັງ ວໍລະ​ຈິດ ກ່າວ​ວ່າ: ລາວ ​ແລະ ຈີນ​ເປັນ​ເພື່ອນ​ມິດ​ທີ່​ສະໜິດສະໜົມ ​ແລະ ​ເປັນ​ອ້າຍ​ນ້ອງ​ຮ່ວມ​ຊາຕາກຳ, ລາວ​ຍິນ​ດີ​ຮ່ວມ​ກັບ​ຈີນ​ເພື່ອ​ຈັດຕັ້ງປະຕິວັດ​ແຜນການ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ລາວ-ຈີນ​ໃຫ້​ດີ, ​​ດຳ​ເນີນ​ການ​ແລກປ່ຽນຢ່າງ​ໃກ້ຊິດ​ໃນ​ການ​ກໍ່ສ້າງ​ພັກ​ແລະ​ການ​ແລກປ່ຽນ​ການ​ຢ້ຽມຢາມລະຫວ່າງ​ພະນັກງານ​ທຸກຂັ້ນ, ສະໜັບສະໜູນກັນ​ໃນ​ບັນຫາ​ສຳຄັນທີ່​​ເປັນຄວາມ​ກັງວົນຂອງ​ແຕ່ລະ​ປະ​ເທດ, ປະສານ​ງານດ້ານຫຼັກໝັ້ນ​ເຊິ່ງກັນ​ແລະ​ກັນ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ, ຊຸກຍູ້​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ມີ​ການ​ພັດທະນາ​ຢ່າງຮອບດ້ານ​ແລະ​ມີ​ຄຸນ​ນະພາ​ບສູງ​ກວ່າ​ເກົ່າ.

​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ໄຊ​ສົມ​ພອນ ພົມວິຫານ, ທ່ານ​ວ່າງ​ຢາງ ກ່າວ​ວ່າ: ພາຍ​ໃຕ້​ການ​ນຳພາ​ຮ່ວມ​ກັນ​ຂອງ​ຜູ້ນຳ​ສູງ​ສຸດ​ຂອງ​ສອງ​ພັກ-ລັດ, ການ​ພົວພັນ​ລະຫວ່າງ​ຈີນ-ລາວ​ໄດ້​ກ້າວ​ເຂົ້າສູ່​ຍຸກ​ໃໝ່. ຈີນ​ຍິນ​ດີ​ຮ່ວມກັບ​ລາວເພີ່ມ​ທະວີ​ການ​ໄປມາຫາສູ່​ຢ້ຽມຢາມ​ກັນ​ລະຫວ່າງ​ການ​ນຳ​ຂັ້ນສູງ​, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ, ຈັດຕັ້ງປະຕິ​ບັດ​ໂຄງການ​ການ​ຮ່ວມ​ມື​ດ້ານ​ການ​ພັດທະນາ​ຄວາມ​ສາມາດທາງ​ການ​ຜະລິດ​ແລະ​ໂຄງການ​ເສດຖະກິດ​ການ​ຄ້າ​ທີ່​ສຳຄັນໃຫ້​ດີ ​ແລະ ຖື​ເອົາການ​ຮ່ວມ​ມືກັນ​ດຳ​ເນີນ​ກິດຈະກຳ​ປີ​ທ່ອງ​ທ່ຽວ​ລາວ-ຈີນ​ເປັນ​ໂອກາດ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ ​ແລະ ການ​ແລກປ່ຽນ​ກັນດ້ານ​ວັດທະນະທຳ​ໃນ​ຂົງ​ເຂດ​ຕ່າງໆ.

图片默认标题_fororder_1125250504_15741670707351n

 

ຄຳ​ເຫັນ

0