吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີ​ອາ​ເມຣິກາ​ຢ້ຽມຢາມ​ອັຟ​ກາ​ນິສະຖານ​ຢ່າງ​ກະທັນຫັນ

2019-11-29 16:00:11 cri

ວັນ​ທີ 29 ພະຈິກ​ນີ້, ທ່ານອັສຣາຟ ກາ​ນີ ປະທານາທິບໍດີ​ອັຟ​ກາ​ນິສະຖານ​ກ່າວ​ວ່າ: ​ໃນ​ຕອນ​ຄ່ຳ​ວັນ​ທີ 28 ພະຈິກ​ນີ້, ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ​ໄດ້​ຢ້ຽມຢາມ​ອັຟ​ກາ​ນິສະຖານ​ຢ່າງ​ກະທັນຫັນ. ທ່ານ​ທຣຳ​ໄດ້​ຢ້ຽມຢາມ​ຖາມ​ຂ່າວ​ທະຫານ​ອາ​ເມຣິກາປະຈຳ​ຢູ່​ອັຟ​ກາ​ນິສະຖານ ​ແລະ​​ພົບ​ປະ​ກັບ​ທ່ານ​ກາ​ນີ.

​ນີ້​ຖື​ວ່າ​ເປັນ​ຄັ້ງເທື່ອ​ທຳ​ອິດ​ຂອງ​ທ່ານ​ທຣຳທີ່ຢ້ຽມຢາມ​ອັບ​ກາ​ນິສະຖານ​ນັບ​ແຕ່​ທ່ານດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ອາ​ເມຣິກາ​ເປັນ​ຕົ້ນ​ມາ. ບົດລາຍ​ງານ​ຂອງ​ທຳນຽບຂາວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ພາຍຫຼັງ​ພົບ​ປະ​ກັບ​ທ່ານ​ກາ​ນີ​ແລ້ວ, ທ່ານ​ທຣຳ​​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ປັດ​ຈຸ​ບັນ​ນີ້, ອາ​ເມຣິກາ​ໄດ້​ຟື້ນ​ຟູ​ການ​ເຈລະຈາ​ກັບກຸ່ມ​ຕາ​ລີ​ບັນ​ຄືນ​ໃໝ່, ​​ສອງຝ່າຍຈະ​ສາມາດ​ບັນລຸ​ສັນຍາ​ໄດ້​ຫຼື​ບໍ່ນັ້ນ “ຕ້ອງຍັງ​ລໍຖ້າ”.

​ໃນ​ເດືອນ​ກັນຍາ​ຜ່ານ​ມາ, ທ່ານ​ທຣຳ​ໄດ້ອ້າງ​ວ່າ​ກຸ່ມ​ຕາ​ລີ​ບັນ​ໂຈມ​ຕີດ້ວຍ​ລະ​ເບີດ​ເຮັດ​ໃຫ້ທະຫານ​ອາ​ເມຣິກາ​ເສຍ​ຊີວິດ, ສະ​ນັ້ນ​ຈຶ່ງຢຸດຕິ​ການ​ເຈລະຈາ​ລະຫວ່າງ​ອາ​ເມຣິກາ ​ແລະ​ກຸ່ມ​ຕາ​ລີ​ບັນ.

ຄຳ​ເຫັນ

0