黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຂວງເອ​ເຢ​ຢາ​ວາ​ດີ​​ຂອງ​ມຽນ​ມາ​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​

2019-11-30 16:51:40 cri

ຕາມ​ຂ່າວ CRI: ພິ​ທີ​ກໍ່​ສ້າງ​ທ່າ​ກ່ຳ​ປັ່ນ​ຂອງ​ນິ​ຄົມ​ອຸດ​ສາ​ຫະ​ກຳ​ປາ​ເທນ​ແຂວງ​ເອ​ເຢ​ຢາ​ວາ​ດີໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ປາ​ເທນ​ໃນ​ວັນ​ທີ 29 ພະ​ຈິກ​ນີ້, ທ່ານ​ເສີນ​ໄຫ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ, ທ່ານ​ລາ​ໂມ​ເອືອງ ​ຜູ້​ວ່າ​ການ​ແຂວງເອ​ເຢ​ຢາ​ວາ​ດີ​​ພ້ອມ​ດ້ວຍເຈົ້າ​ໜ້າ​ທີ່​​ກ່ຽວ​ຂ້ອງ​ແລະຜູ້​ຕາງ​ໜ້າ​ສະ​​ພາ​ການ​ຄ້າ​ແລະ​ວິ​ສາ​ຫະ​ກິດ​ຈີນໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ທ່ານ​ລາ​ໂມ​ເອືອງ ກ່າວ​ວ່າ, ແຂວງເອ​ເຢ​ຢາ​ວາ​ດີ​​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ມຽນ​ມາ, ມີ​ປະ​ຊາ​ກອນ 6,3 ລ້ານກວ່າ​ຄົນ, ແມ່ນ​ແຂວງ​ທີ່​ມີ​ປະ​ຊາ​ກອນ​ຫຼາຍ​ອັນ​ດັບ​ທີ​ສອງ​ຂອງ​ມຽນ​ມາ, ທັງ​ເປັນ​ເຂດ​​ທີ່​ມີ​ສະ​ກະ​ຍະ​ພານ​ດ້ານ​ການ​ຜະ​ລິດ​ສະ​ບຽງ​ອາ​ຫານ​ແລະ​ປາ​ອັນ​ອຸ​ດົມ​ສົມ​ບູນ. ລັດ​ຖະ​ບານ​ມຽນ​ມາ​ພວມ​ພິ​ຈາ​ລະ​ນາການ​ພັດ​ທະ​ນາ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຂອງ​ແຂວງເອ​ເຢ​ຢາ​ວາ​ດີ​ເປັນ​​ບູ​ລິ​ມະ​ສິດ, ​ຂະ​ນະ​ທີ່ແຂວ​ງເອ​ເຢ​ຢາ​ວາ​ດີ​ກໍ​ຈະ​ໃຫ້​ບຸ​ລິ​ມະ​ສິດ​ເພື່ອ​​ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ.

ທ່ານ​ເສີນ​ໄຫ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນກ່າວ​ວ່າ, ແຂວງເອ​ເຢ​ຢາ​ວາ​ດີ​​ ມີ​ທ່າ​ແຮງ​ເປັນ​ພິ​ເສດ​ໃນ​ດ້ານ​ປະ​ຊາ​ກອນ, ທີ່ຕັ້ງ​ພູມ​ສາດ​ແລະ​ຄົມ​ມະ​ນາ​ຄົມ, ປັດ​ຈຸ​ບັນ​ພໍ​ດີ​ເປັນ​ໄລ​ຍະ​ທີ່​ຈີນ​ແລະ​ມຽນ​ມາ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ​” ແລະ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ມຽນ​ມາ, ​ຈຶ່ງຈະ​ມີ​ວິ​ສາ​ຫະ​ກິດ​ຈີນ​ຫຼາຍກວ່າ​ເກົ່າ​ສຸມ​ສາຍ​ຕາ​ໄປ​ສູ່​ແຂວງເອ​ເຢ​ຢາ​ວາ​ດີ​​, ​ເພື່ອບັນ​ລຸ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ລະ​ຫວ່າງ​ສອງ​ຝ່າຍ.

ຄຳ​ເຫັນ

0