蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ຫານ​ໄທ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ

2019-11-30 16:28:20 CRI

ວັນ​ທີ 29 ພະ​ຈິກ​ນີ້, ພິ​ທີ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ຫານ​ໄທ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ ເຊິ່ງ​ແມ່ນ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ປະ​ເທດ​ໄທ​ມະ​ຫາ​ວິ​ທະ​ຍາ​ໄລ​ຈຸ​ລາ​ລົງ​ກອນ ແລະ ບໍ​ລິ​ສັດ Thai Fight ທີ່​ເປັນ​ບໍ​ລິ​ສັດຈັດ​ການ​ແຂ່ງ​ຂັນ​ມວຍ​ໄທ​ສາ​ກົນທີ່​ມີ​ຊື່ສຽງ ໄດ້​ຮ່ວມ​ກັນ​ສ້າງ​ຕັ້ງ​ຂຶ້ນ.

ທ່ານ​​ອິດ​ທິ​ພົນ ຄູນ​ປ​ລຶມ ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ​ໄທ​ເຂົ້າ​ຮ່ວມ​ພິ​ທີ ແລະ ກ່າວ​ຄຳ​ປາ​ໄສວ່າ, ລັດ​ຖະ​ບານ​ໄທ​ໄດ້​ວາງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຫຼາຍ​ລາຍ​ການ ແລະ ​ການເຜີຍ​ແຜ່​ອາ​ຫານ​ໄທ​ຕໍ່​ທົ່ວ​ໂລກ​ກໍ​ແມ່ນ​ໜຶ່ງ​ໃນບັນ​ດາ​ລາຍ​ການ​ດັ່ງ​ກ່າວ. ປັດ​ຈຸ​ບັນ, ຮ້ານ​ອາ​ຫານ​ໄທ​ໃນ​ທົ່ວ​ໂລກ​ມີຫຼາຍກວ່າ 15.000 ແຫ່ງ, ອາ​ຫານ​ໄທ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຄົນ​ທັງຫຼາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ພວກ​ເຮົາ​ເຫັນ​ວ່າ, ຕ້ອງ​ລົງ​ເລິກ​ຄົ້ນ​ຄວ້າ​ແລະ​ເຜີຍແ​ຜ່​ວັດ​ທະ​ນະ​ທຳ​ທີ່​ກ່ຽວ​ຂ້ອງ​ກັບ​ອາ​ຫານ​ໄທ. ​ຂະ​ນະ​ທີ່ຈຸດ​ປະ​ສົງ​ຂອງ​ການ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ອາ​ຫານ​ໄທ​​ກໍແມ່ນ​ເຕົ້າ​ໂຮມ​ອົງ​ການ​ຈັດ​ຕັ້ງ​ຄົ້ນ​ຄວ້າ​ວິ​ຊາ​ກາ​ນ​​ລະ​ດັບສຸດຍອດ ແລະ ທີມ​ງາມ​ທີ່​ມີ​ປະ​ສົບ​ການ​ທີ່​ສຸດ​ຂອງ​ໄທ​ໃນ​ການ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ໄທ​ສູ່​ໂລກ, ​ກຽມ​ພ້ອມທຸກ​ປະ​ການ​ເພື່ອ​ພະ​ຍາ​ຍາມ​ໃນ​ການ​ຮ້ອງ​ຂໍ​ໃຫ້​ຈັດ​ເອົາອາ​ຫານ​ໄທ​​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ນາມ​ມະ​ທຳ​ຂອງ​ມະ​ນຸດ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ຄຳ​ເຫັນ

0