黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ໂຄ​ສະ​ນາງານ​ວາງ​ສະ​ແດງ​ການ​ສຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ​ໄດ້​ຈັດ​ຂຶ້ນ​ຢູ່ໂກ​ສ​ຕາ​ຣີ​ກາ​ຢ່າງ​ສຳ​ເລັດ​ຜົນ

2019-11-30 16:52:14 cri

ຕາມ​ຂ່າວ CRI: ວັນ​ທີ 29 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ງານ​ໂຄ​ສະ​ນາງານ​ວາງ​ສະ​ແດງ​ການນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3 ​ໄດ້​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫຼວງ​ຊັນ​ໂຈ​ເຊ​ປະ​ເທດ​ໂກ​ສ​ຕາ​ຣີ​ກາ​ຢ່າງ​ສຳ​ເລັດ​ຜົນ, ທ່າ​ນ​ທ່າງ​ເຫີງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໂກ​ສ​ຕາ​ຣີ​ກາ, ທ່ານ​ຕົວ​ເນີ ຊະ​ລັ​ສ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໂກ​ສ​ຕາ​ຣີ​ກາແລະ​ທ່ານ​ໂລ​ຮະ ໂບ​ນິ​ລາ ປະ​ທານ​ສະ​ມາ​ຄົມ​ການ​ຄ້າ​ສົ່ງ​ອອກ​ໂກ​ສ​ຕາ​ຣີ​ກາ​, ​ພ້ອມ​ດ້ວຍຜູ້​ຕ່າງ​ໜ້າ​ລັດ​ຖະ​ບານ​ແລະ​ວິ​ສາ​ຫະ​ກິດ​ຂອງ​ໂກ​ສ​ຕາ​ຣີ​ກາ​ທັງ​ໝົດ​ຮ້ອຍກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ງານ​ດັ່ງ​ກ່າວ.

ງານ​ໂຄ​ສະ​ນາ​ຄັ້ງ​ນີ້​ຮ່ວມ​ກັນ​ຈັດ​ຂຶ້ນ​ໂດຍ​ກົມ​ວາງ​​ສະ​ແດງການ​ນຳ​ເຂົ້າ​ສາ​ກົນ​ຈີນ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ໂກ​ສ​ຕາ​ຣີ​ກາ​ແລະ​​ສູນ​ວາງ​ສະ​ແດງ​ແຫ່ງ​ຊາດ​ຈີນ​ທີ່​ນະ​ຄອນຊຽງ​ໄຮ້, ໄດ້​ເຊື້ອ​ເຊີນ​ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ໂກສຕາ​ຣີ​ກາເຂົ້າ​ຮ່ວມ​ເພື່ອ​ແບ່ງ​ປັນ​​ບົດ​ຮຽນ​ຂອງ​ຕົນ​​ໃນ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 2, ແລະ​ຕອບ​ຄຳ​ຖາມ​ຂອງ​ນັກ​ທຸ​ລະ​ກິດ​ໂກ​ສ​ຕາ​ຣີ​ກາ. ກິດ​ຈະ​ກຳ​ດັ່ງ​ກ່າວ​ໄດ້​ຮັບ​ກາ​ຕອບ​​ຮັບ​ຢ່າງ​ຄຶກ​ຄັກ, ວິ​ສາ​ຫະ​ກິດ​ໂກ​ສ​ຕາ​ຣີ​ກາ​ຫຼາຍ​ແຫ່ງ​ກ່າວ​ວ່າ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ການ​ສຳ​ເຂົ້າ​ສ​າ​ກົນ​ຈີນ​ຄັ້ງ​ທີ 3 ໃນ​ປີ​ໜ້າ.

ຄຳ​ເຫັນ

0