尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຫດ​ການ​ໂຈມ​ຕີ​​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ລອນດອນ​ຂອງ​ອັງ​ກິດ​ສົ່ງ​ຜົນ​ເຮັດ​ໃຫ້​ເສຍ​ຊີ​ວິດ 2 ຄົນ

2019-11-30 17:46:45 cri

ຕອນ​ຄ່ຳ​ວັນ​ທີ 29 ພະ​ຈິກ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ລອນດອນ​ຂອງ​ອັງ​ກິດ​ກ່າວ​ວ່າ:ເຫດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ຂົວ​ລອນດອນ​ໃນ​ຕອນ​ບ່າຍ​ມື້​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ມີ 2 ຄົນ​ເສຍ​ຊີ​ວິດ, 3 ຄົນບາດ​ເຈັບ. ຜູ້​ຕ້ອງ​ສົງ​ໄສ​ຄົນ​ໜຶ່ງ​ຖືກ​ຕຳ​ຫຼວດ​ຍິງ​ຕາຍ.
 

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​​ກ່າວ​ວ່າ: ​ຍັງ​ບໍ່​ຮູ້​ອັດ​ຕະ​ລັກ​ຂອງ 2 ຄົນ​ທີ່​ເສຍ​ຊີ​ວິດ​, ຂະ​ນະ​ທີ່ຜູ້​ບາດ​ເຈັບ 3 ຄົນ​ພວມ​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ,ໃນ​ນັ້ນມີ 1 ຄົນ​ບາດ​ເຈັບສາ​ຫັດ. ​ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ຈະ​ສືບ​ຕໍ່​ສືບ​ສວນ-ສອບ​ສວນ​ເຫດ​ການ​ດັ່​ງ​ກ່າວ​ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​ຢູ່​ລອນດອນ.
 

ສື່ມວນ​ຊົນ​ອັງ​ກິດ​ໄດ້​ອ້າງ​ແຫຼ່ງ​ຂ່າວ​ຂອງພາກ​ສ່ວນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ມາ​ລາຍ​ງານ​ວ່າ: ຜູ້ຕ້ອງ​ສົງ​ໄສ​​ເພດຊາຍ​ທີ່​ຖືກ​ຍິງ​​ຕາຍ​ຜູ້​ນີ້ໄດ້​ມີ​ສ່ວນ​​ກ່ຽວ​ຂ້ອງ​ກັບ​ກຸ່ມ​ກໍ່​ການ​ຮ້າຍ,ເຄີຍ​ຕິດ​ຄຸກ​ຍ້ອນ​ກໍ່ອາ​ຊະ​ຍາ​ກຳແບບກໍ່​ການ​ຮ້າຍ.

ຄຳ​ເຫັນ

0