郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ອີ​ຣັກ​ຍື່ນ​ໃບ​ຂໍ​ລາອອກ​ຈາກ​ຕຳ​ແໜ່ງ​ຕໍ່​​ລັດ​ຖະ​ສະ​ພາ

2019-12-01 15:37:30 cri

   ວັນ​ທີ 30 ພະ​ຈິກແລ້ວນີ້,ທ່ານ​ອັບ​​ດຸນ​ ມາ​ເຮີ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ​ໄດ້​ຍື່ນ​ໃບ​ຂໍ​ລາອອກ​ຈາກ​ຕຳ​ແໜ່ງ​ຕໍ່​ລັດ​ຖະສະ​ພາຢ່າງ​ເປັນ​ທາງ​ການ, ລັດ​ຖະ​ສະ​ພາ​ຈະ ​ຈັດກອງ​ປະ​ຊຸມ​ໃນ​ວັນ​ທີ1ທັນ​ວານີ້​ເພື່ອ​ພິ​ຈາ​ລະ​ນາ​ຕໍ່​ເລື່ອງນີ້​.

   ຕອນ​ເຊົ້າ​ວັນ​ທີ30ພະ​ຈິກ​ແລ້ວນີ້,ທ່ານ​​ອັບ​​ດຸນ​ ມາ​ເຮີ​ດີ​ຮຽກ​​ໄຂກອງ​ປະ​ຊຸມ​ສາ​ມັນ​ຂອງ​ລັດ​ຖະ​ບານ,ເພື່ອ​ປຶກ​ສາ​ຫາ​ລື​ເລື່ອງ​ທີ່​ກ່ຽວ​ຂ້ອງ​ກັບ​ທ່ານຍື່ນ​ໃບ​ຂໍ​ລາອອກ​ຈາກ​ຕຳ​ແໜ່ງ​ຕໍ່​ລັດ​ຖະສະ​ພາ​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ລັດ​ຖະ​ບານ​ຊົ່ວ​ຄາວ. ທ່ານ​ຮຽກ​ຮ້ອງ​ໃຫ້​ສະ​ມາ​ຊິກ​​ລັດ​ຖະ​ບານ​ສືບ​ຕໍ່​ເຮັດ​ວຽກ​ຈົນ​ຮອດ​ວັນ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່.

   ​ວັນ​ທີ 29 ພະ​ຈິກ​ແລ້ວນີ້,ທ່ານ​ອັບ​​ດຸນ​​ເຄີຍ​ກ່າວ​ວ່າ, ທ່ານ​ຈະຍື່ນ​ໃບ​ຂໍ​ລາອອກ​ຈາກ​ຕຳ​ແໜ່ງ​ຕໍ່​ລັດ​ຖະສະ​ພາ,ເພື່ອ​ຕອບ​ຄືນ​ຕໍ່​ຄວາມ​ຮຽກ​ຮ້ອງຂອງ​ທ່ານອາ​ລີ ອັນ ຊິ​ສ​ຕາ​ນີ ຜູ້​ນຳ​ສາ​ສະໜາ​ສູງ​ສຸດ​ຂອ​ງ​ຝ່າຍ​ຊີ​ອະ​ອີຣັກ​​ແລະ​ຄຳ​ຮ້ອງ​ຂໍ​ຂອງ​ຜູ້​ປະ​ທ້ວງ.

   ເລີ່ມ​ແຕ່​ເດືອນ​ຕຸ​ລາ​ເປັນ​ຕົ້ນ​ມາ, ຢູ່​ຫຼາຍ​ແຫ່ງ​ຂອງ​ອີ​ຣັກ​​ໄດ້​ເກີດ​ການ​ປະ​ທ້ວງ, ເພື່ອ​ປະ​ທ້ວງ​ລັດ​ຖະ​ບານ​ທີ່​ມີ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ບໍ​ລິ​ການ​ບໍ່​ມີ​ປະ​ສິດ​ທິ​ພາບ ແລະ​ມີ​ອັດ​ຕາວ່າງ​ງານ​​ສູງ.

ຄຳ​ເຫັນ

0