尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂງານ​ມະ​ຫະ​ກຳກິ​ລາ​ຊີ​ເກມ​ຄັ້ງ​ທີ 30 ຢູ່​ຟີ​ລິບ​ປິນ

2019-12-01 14:50:48 cri

ງານ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ທີ 30 ໄດ້​ໄຂ​ຂຶ້ນ​ຢູ່​ຟີ​ລິບ​ປິນໃນຕອນ​ຄ່ຳ​ວັນ​ທີ 30 ພະ​ຈິກ​ຜ່ານ​ມາ.
 

ນີ້​ແມ່ນ​ຄັ້ງ​ທີ 4 ​ທີ່​ຟີ​ລິບ​ປິນ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ສັງ​ລວມ​ມະ​ໂຫລານ​​ຂອງ​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​​ທີ່ສອງ​ປີ​ຄັ້ງ​ໜຶ່ງ. ໄດ້​ມີ​ນັກ​ກິ​ລາ​ປະ​ມານ 8.750 ຄົນ​ຂອງ 11 ປະ​ເທດ​​ຂອງ​ພາກ​ພື້ນ​ດັ່ງ​ກ່າວ​ເຂົ້າ​ຮ່ວມ,​ສະ​ໜາ​ມ​ກິ​ລາ​ທີ່​ຈັດ​ການ​ແຂ່ງ​ຂັນ 39 ແຫ່ງ​ແຈກ​ຢາຍ​ຢູ່​ຕົວ​ເມືອງ​ຫຼາຍ​ແຫ່ງ​ທາງ​ພາກ​ເໜືອ​ປະ​ເທດ​ຟີ​ລິບ​ປິນ​ເຊັ່ນ:ມາ​ນີ​ລາ​ເປັນ​ຕົ້ນ.
 

ພິ​ທີ​ໄຂງານ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາຟີ​ລິບ​ປິນ​ທີ່​ແຂວງ​ບູ​ລາ​ຄານ​ຂອງ​ຟີ​ລິບ​ປິນ. ຫຼັງ​ຈາກ​ການ​ສະ​ແດງ​ກ່ອນ​ການ​ໄຂ​ງານ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຟີ​ລິ​ບ​ປິນ​ແລະ​ຄະ​ນະ​​ນັກ​ກິ​ລາ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຂອງ​ບັນ​ດາ​ປະ​ເທດເດີນ​ເຂົ້າ​​ສະ​ໜາມ​ກິ​ລາແລ້ວ,ທ່ານ ໂຣ​ດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ປະ​ກາດ​ງານ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ​ຄັ້ງ​ນີ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ.
 

​ໃນ​ງານ​ກິ​ລາ​ຄັ້ງ​ນີ້​ໄດ້​ຈັດ​ໃຫ້​ມີ 56 ລາຍ​ການ​ໃຫຍ່​ແລະ 530 ລາຍ​ການ​ນ້ອຍ​ເຊິ່ງ​ໄດ້​ສ້າ​ງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ​​ງານ​ກິ​ລາ​ທຸກ​ຄັ້ງທີ່​ຜ່ານ​ມາ. ​ສ່ວນ​ງານ​ກິ​ລາ​ຊີ​ເກມ​ຄັ້ງ​ນີ້​ຈະ​ອັດ​ລົງ​ໃນ​ວັນ​ທີ 11 ທັນ​ວາ​ໜ້າ​ນີ້.

ຄຳ​ເຫັນ

0