李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສົບ​ແລະ​​ອັດ​ຖິຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ຄະ​ດີ​ສັງ​ຫານ​ໂຫດ​ລົດ​​ບັນ​ທຸກອັງ​ກິດໄດ້​ສົ່ງ​ຄືນ​ຫວຽດ​ນາມ​ໝົດ

2019-12-01 15:22:15 cri

ຫວ່າງ​ມໍ່ໆ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ​ເຜີຍ​ໃຫ້​ຮູ້​ວ່າ, ​ສົບ​ແລະ​​ອັດ​ຖິ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໃນ​ຄະ​ດີ​ສັງ​ຫານ​ໂ​ຫດ​ລົດ​​ບັນ​ທຸກອັງ​ກິດໄດ້​ສົ່ງ​ຄືນ​ຫວຽດ​ນາມ​ໝົດ​ແລ້ວ, ແລະ​ໄດ້​ມອບ​ໃຫ້​ຄອບ​ຄົວ​ຜູ້​ປະ​ສົບ​ເຄາະ​ຮ້າຍ.

ຂ່າວ​ສານຫວຽດ​ນາມ​ແຈ້ງ​ຂ່າວ​ວ່າ, ວັນ​ທີ 27 ພະ​ຈິກ​ຜ່ານ​ມາ, ສົບ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ 16 ຄົນ​ໄດ້​ຂົນ​ສົ່ງ​ກັບ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍຂອງ​ຫວຽດ​ນາມ​ດ້ວຍ​ເຮືອບິນ​, ​ສົບ​ແລະອັດ​ຖິ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍອີກ 23 ຄົນ​ໄດ້​​ສົ່ງ​ຄືນ​ຫວຽດ​ນາມ​ໃນວັນ​ທີ 30 ພະ​ຈິກ​​ຜ່ານ​ມາ. ເມື່ອສົບ​ແລະອັດ​ຖິຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍຂົນ​ສົ່ງ​ຮອດ​ສະ​ໜາມ​ບິນ​ສາ​ກົນໂນ້ຍ​ບາຍທີ່​ເປັນ​ແລ້ວ, ​ໄດ້​ມອ​ບ​ໃຫ້​ຜູ້​ແທນ​ອົງ​ການ​ປົກ​ຄອງ​ແຂວງ​​ທີ່​ເປັນບ້ານ​ເກີດ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ແລ້ວ​ໃຫ້ອົງ​ການ​ປົກ​ຄອງ​ແຂວງ​ທີ່​ກ່ຽວ​ຂ້ອງ​ສົ່ງ​ຄືນ​ທ້ອງ​ຖິ່ນ​, ແລ້ວ​ມອບ​ໃຫ້​ຄອບ​ຄົວ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​.

ວັນ​ທີ 23 ຕຸ​ລາ​​ຜ່ານ​ມາ, ຕຳ​ຫຼວດ​ອັງ​ກິດ​ໄດ້​ຊອກ​ພົບ​ຊາກ​ສົບ 39 ຂອນ​ຢູ່​ໃນ​ລົດ​ບັນ​ທຸກ​ຄັນ​ໜຶ່ງ​ໃນ​ເຂດ​ອຸດ​ສາ​ຫະ​ກຳ​ແຫ່ງ​ໜຶ່ງ​ທີ່​ລັດ​ເອ​ເຊັກ​ສ໌​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເກາະ​ອິງ​ເກີ​ແລນ​ດ໌. ວັນ​ທີ 7 ພະ​ຈິກ​ຜ່ານ​ມາ, ກ​ະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຫວຽດ​ນາມ​ໄດ້​ອອກ​ແຈ້ງ​ການ​ວ່າ, ຫວຽດ​ນາມ​ແລະ​ອັງ​ກິດ​ໄດ້​ຢືນ​ຢັນ​ແລ້ວ​ວ່າ ຜູ້​ປະ​ສົບ​ເຄາະ​ຮ້າຍ 39 ຄົນ​ລ້ວນ​ແຕ່​ແມ່ນ​ປະ​ຊາ​ຊົນ​ຫວຽດ​ນາມ.

ຄຳ​ເຫັນ

0