徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮ່າງ​ກົດ​ໝາຍກ່ຽວ​ກັບ​ເຂດ​ຮົງ​ກົງ​ຂອງ​ອາ​ເມ​ລິ​ກາສົ່ງ​ເສີມ​ກຳ​ລັງ​ຮຸນ​ແຮງ​ຢ່າງ​ເປີດ​ແປນ ເຊິ່ງ​ໄດ້​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງ​ພົນ​ລະ​ເມືອງ​ຮົງ​ກົງ​ຢ່າງ​ຮຸນ​ແຮງ

2019-12-02 11:37:15 cri

​ຕາມ​ຂ່າວCRI:ວົງ​ການ​ຕ່າງໆ​ຂອງ​ສັງ​ຄົມຮົງ​ກົງ​ເຫັນ​ວ່າ, ອາ​ເມ​ລິ​ກາ​ໄດ້​​ຜ່ານຮັບ​ຮອງ​ອັນ​ທີ່​ວ່າ “ຮ່າງ​ກົດ​ໝາຍສິດ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ​ຮົງ​ກົງ”, ແມ່ນ​ເພື່ອສົ່ງ​ເສີມ​ກຳ​ລັງ​ຮຸນ​ແຮງ​ຢ່າງ​ເປີດ​ແປນ, ເຊິ່ງ​ໄດ້​ລ່ວງ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງ​ພົນ​ລະ​ເມືອງ​ເຂດ​ຮົງ​ກົງ​ຢ່າງ​ໜັກ​ໜ່ວງ.

 

ທ່ານ​ຫຼິນ​ຫຼົງ​ອານ, ປະ​ທານ​ສະ​ມາ​ຄົມ​ການ​ຄ້າຂາ​ເຂົ້າ​ແລະ​ຂາ​ອອກຈີນ​ຂອງ​ເຂດ​ຮົງ​ກົງ​ເຫັນ​ວ່າ, ອາ​ເມ​ລິ​ກາຮັບ​ຮອງ “ຮ່າງ​ກົດ​ໝາຍ​ສິດ​ທິ​ມະ​ນຸດ​ແລ​ະ​ປະ​ຊາ​ທິ​ປະ​ໄຕ​ຮົງ​ກົງ”ແມ່ນ​ເພື່ອ​ຍົກ​ເລີກ​ເຂດ​ພາ​ສີ​ເອ​ກະ​ລາດ​ຂອງ​ເຂດ​ກົງ​ກົງ, ທຳ​ລາຍ​ທ່າ​ແຮງ​ສູນ​ການ​ຄ້າ​ໂລກ, ສູນ​ກາງ​ທາງ​ດ້ານ​ການ​ເງິນ​ຂອງ​ໂລກ​ແລະ​ສູນ​ກາງການ​ເດີນ​ເຮືອ​ໂລ, ແຕ່​ວ່າ​ກໍ​ໄດ້​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ບໍ​ລິ​ສັດ​ອາ​ເມ​ລິ​ກາ​ຢູ່​ເຂດ​ຮົງ​ກົງ​ເຊັ່ນ​ກັນ, ນີ້ແມ່ນ​ການ​ກະ​ທຳ​ທີ່​ຍົກ​ບາດ​ຄ້ອນແລະ​ທຸບ​ຕີນ​ຕົນ​ເອງ, ທຳ​ລາຍ​ຄົນ​ອື່ນ​ທັງ​ທຳ​ລາຍ​ຕົນ​ເອງ.

 

ທ່ານ​ຫຼີ​ວ​ຈ້າວຈ່ຽຍ​, ສາ​ສະ​ດາ​ຈານ​ຂອງມ​ະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຈີນ​ຮົງ​ກົງ​ເຫັນ​ວ່າ, ອາ​ເມ​ລິ​ກາ​ຮັບ​ຮອງ​ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້, ເປັນ​ການ​ທ້າ​ທາຍ​ຢ່າງ​ເປີດແປນຕໍ່​ອະ​ທິ​ປະ​ໄຕ​ຂອງ​ຈີນ​ຢູ່​ເຂດ​ຮົງ​ກົງ. ນັກ​ການ​ເມືອງ​ຂອງ​ອາ​ເມ​ລິ​ກາ​ຢາກ​ສົ່ງ​ເສີມ​ແລະ​ສະ​ໜັບ​ສ​ະ​ໜູນ​​ຜູ້​ປະ​ທ້ວງ​ຂອງ​ຮົງ​ກົງ​ເພື່ອ​ເຮັດ​ໃຫ້​ຮົງ​ກົງ​ກາຍ​ເປັນສິ່ງ​​ກີດ​ຂວາງ​ຈີນ, ນີ້​ແມ່ນ​ການ​ຂົ່ມ​ຂູ່​ອັນຮຸ​ນ​ແຮງ​ທີ່​ສຸດ​ເຖິງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຈີນ. ຈີນ​ຈະຕອບ​ຄືນໂຕ້​ຢ່າງ​ເຂັ້ມ​, ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ລິ​ກາ​ຈະຕ້ອງ​ໄດ້​ຮັບ​ການ​ຊົດ​ໃຊ້​ແທນ​ຢ່າງ​ແນ່ນອນ.

 

 

ຄຳ​ເຫັນ

0