蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ອີ​ຣານ​ລະ​ຫວ່າງ​ຈີນ-ອີ​ຣານ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

2019-12-02 13:35:25 CRI

     ຕາມ​ຂ່າວ CRI: ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ອີ​ຣານ​ລະ​ຫວ່າງ​ຈີນ-ອີ​ຣານໄດ້​ຈັດ​ຂຶ້ນ​ຢູ່ປັກ​ກິ່ງໃນ​ວັນ​ທີ 1 ທັນ​ວານີ້. ທ່ານ​ມາ​ຈ່າວ​ຊຸ້ຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ແລະ​ທ່ານ​ເຊ​ເຢັດ ອັບ​ບັ​ສ ອາ​ຣັກ​ຊີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ເຊັ່ນ ສະ​ຖາ​ນະ​ການ​ນີວ​ເຄຼຍອີ​ຣານ​ໃນ​ປະ​ຈຸ​ບັນ ການ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ອີ​ຣານ ແລະ​ອື່ນໆ, ແລະ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຢ່າງ​ກວ້າງ​ຂວາງ. ສອງ​ຝ່າຍ​ເຫັນ​ດີ​ຈະ​ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ປະ​ສານ​ງານແລະ​ການ​ຮ່ວມ​ມື​ກັນຕື່ມ​ອີກ, ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມຂອງ​ສອງ​ປະ​ເທດກໍ​ຄື​ຂອງ​ປະ​ຊາ​ຄົມ​ໂລກ.

ຄຳ​ເຫັນ

0