赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫຼີ້​ຈັ້ນ​ສູ່​ສົ່ງ​ໂທ​ລະ​ເລກອວຍ​ພອນ​ວັນ​ຊາດ ສ​ປ​ປ ລາວ​ຄົບ​ຮອບ 44 ປີ​ມາ​ຍັງ​ທ່ານ​ນາງ​ປາ​ນີ ຢາ​ທໍ່​ຕູ້

2019-12-02 10:09:38 cri

 

 

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດແຫ່ງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ​ຄົບ​ຮອບ 44 ປີ, ທ່ານ​ຫຼີ້​ຈັ້​ນ​ສູ່ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ແຫ່ງ ສ​ປ ຈີນ  ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ມາ​ຍັງ​ທ່ານນາງ​ປາ​ນີ ຢາ​ທໍ່​ຕູ້ ປະ​ທານ​ສະ​ພາ​ແຫ່ງ​ຊາດ  ສ​ປ​ປ ລາວ. ເຊິ່ງ​ໂທ​ລະ​ເລກອວຍ​ພອນ​ມີ​ເນື້ອ​ໃນ​ຄື​ດັ່ງ​ນີ້:

 

ເຖິງ

ສະ​ຫາຍ ປາ​ນີ ຢາ​ທໍ່​ຕູ້

ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ ລາວ

                                                 ທີ່​ນະ​ຄອນ​ຫຼວງວຽງ​ຈັນ

 

ສະ​ຫາຍປະ​ທານ​

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຄົບ​ຮອບ 44 ປີ, ຂ້າ​ພະ​ເຈົ້າ​ຕາງ​ໜ້າ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ແຫ່ງ ສ​າ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ ແລະ​ ໃນ​ນາມ​ສ່ວນ​ຕົວ ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ ມາ​ຍັງ​ສະ​ຫາຍ ແລະ​ ຂໍ​ຜ່ານ​ສະ​ຫາຍ ມາ​ຍັງ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ ລາວ.

ໜຶ່ງ​ປີ​ທີ່​ຜ່ານ​ມາ ພາ​ລະ​ກິດ​ກໍ່​ສ້າງ​ປະ​ເທດ​ຊາດຂອງ ສ​ປ​ປ ລາວ​ໄດ້​ມີ​ຄວາມ​ຄືບ​ໜ້າ​ໃໝ່​ເລື່ອຍໆ. ຈີນ​ແລະ​ລາວ​ແນ່​ໃສ່​ການ​ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ ແລະ​ສະ​ພາ​ແຫ່ງ​ຊາດ​ລາວ​ໄດ້​ມີ​ການ​ແລກ​ປ່ຽນ ແລະ​ການ​ຮ່ວມ​ມື​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ. ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ຝ່າຍ​ລາວ ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ການ​ນຳ​ຂັ້​ນູ​ສູງ​ສຸດ​ໃຫ້​ດີ ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ​ຢ່າງ​ຕໍ່​ເນື່ອງ ປະ​ກອບ​ສ່ວນ​ອັນ​ໃໝ່​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​-ລາວ.

ຂໍ​ອວຍ​ພອນ​ໃຫ້ ສ​ປ​ປ ລາວ​ຈົ່ງ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ປະ​ຊາ​ຊົນ​ລາວ​ຈົ່ງ​ມີ​ຄວາມ​ຜາ​ສຸກ.

ຂໍ​ອວຍ​ພອນ​ໃຫ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​-ລາວພັດ​ທະ​ນາ​ກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

                                         ຫຼີ້ ຈັ້ນ​ສູ່

                             ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ

                     ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ແຫ່ງ ສ​ປ ຈີນ

                      ວັນ​ທີ 2 ທັນ​ວາ 2019 ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

ຄຳ​ເຫັນ

0