赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ: ຈີນ​ຈະ​ລົງ​ໂທດ​ຕໍ່​ບາງອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​​ສັງ​ກັດ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ

2019-12-02 16:45:21 CRI

ວັນ​ທີ 2 ທັນ​ວານີ້ ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຂ່າວ.

ທ່ານ​ນາງ​ຮ​ວ້າ​ຊຸນ​ຢິງ ​ປະ​ກ​າດ​ວ່າ, ຫວ່າງມໍ່ໆ​ມານີ້ ອາ​ເມ​​ຣິ​ກາ​ບໍ່​ເອົາ​ຫົວ​ຊາ​ນຳ​ການ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວຂອງ​ຈີນ ຊູ​ຊີ​ຜ່ານ​ການ​ຮັບ​ຮອງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສິ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ ​ຮົງ​ກົງ, ອັນ​ເປັນ​ການ​ລະ​ເມີດ​ກົດ​ໝາຍ​ລະ​ຫວ່າງ​ຊາດ​ແລະ​ຫຼັກ​ການ​ພື້ນ​ຖານ​ໃນ​ການ​ພົວ​ພັນສາ​ກົນ, ໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ໜັກ​ໜ່ວງ, ຈີນ​ໄດ້​ສະ​ແດງ​​ຈຸດ​ຢືນ​ຂອງ​ຕົນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ແນ່​ໃສ່​ການ​ກະ​ທຳ​ທີ່​ໄຮ້​ເຫດ​ຜົນ​ຂອງ​ອາ​ເມ​ລິ​ກາ, ລັດ​ຖະ​ບານ​ຈີນ​ຕົກ​ລົງ​ນັບ​ແຕ່ມື້ນີ້​ເປັນ​ຕົ້ນ​ໄປ ຈະ​ຂວ້ຳ​ບາດ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ສັງ​ກັດ​ລັດ​ຖະ​ບານ​ຂອງ​ອາ​ເມ​ຣິ​ກາ​ບາງ​ອົງ​ການ​ທີ່​ໄດ້​ກະ​ທຳ​ຜິດ​ຢ່າງ​ໜັກ​ໜ່ວງ​ໃນ​ການ​ສ້າງ​ຄວາມ​ວຸ້ນ​ວາຍ​​ຢູ່​ຮົງ​ກົງ​ຄື: ມູນ​ນິ​ທິ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດອາ​ເມ​ລິ​ກາ, ສະ​ມາ​ຄົມ​ປະ​ຊາ​ທິ​ປະ​ໄຕວຽກ​ງານ​ສາ​ກົນ​ອາ​ເມ​ລິ​ກາ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ສາ​ກົນ​ສາ​ທາ​ລະ​ນະ​ລັດ​ຂອງອາ​ເມ​​ຣິກາ, ອົງ​ການ​ຈັດ​ຕັ້ງ​ຜູ້​ສັງ​ເກດ​ການ​ສິດ​ທິ​ມະ​ນຸດ, ບ້ານ​ແຫ່ງ​ເສ​ລີ​ພາບ​ແລະ​ອົງ​ການ​ອື່ນໆ. ນອກນີ້​ຈີນ​ຍັງ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຈົ່ງ​ແກ້​ໄຂ​ຄວາມ​ຜິດ​ພາດ​ຂອງ​ຕົນ, ຢຸດ​ຕິກິ​ລິ​ຍາວາ​ຈາ​ແລະ​ການ​ກະ​ທຳ​ທີ່​ແຊກ​ແຊງວຽກ​ງານຮົງ​ກົງ​ແລະ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ຈີນ​ຈະ​ໃຊ້​ການ​ກະ​ທຳ​ທີ່​ຈຳ​ເປັນ​ຕື່ມ​ອີກ​ໂດຍ​ອີງ​ຕາມ​ການ​​ແຜ່ຂະ​ຫຍາຍ​ຂອງ​ສະ​ຖາ​ນະ​ການ, ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ  ​ຄົ​ງ​ແລະ​ສະ​ຖຽນ​ລະ​ພາບ​ຂອ​ງ​ຮົງ​ກົງ, ເດັດ​ດ່ຽວ​ປົກ​ປ້ອງ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຊາດ​ຈີນ.

ເລື່ອງ​ຈິງ​ແລະ​ຫຼັກ​ຖານ​ຈຳ​ນວນ​ຫຼວງ​ຫຼາຍ​ໄດ້​ຢືນ​ຢັນ​ໃຫ້​ເຫັນ​ວ່າ ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ສັງ​ກັດລັດ​ຖະ​ບານ​ອາ​ເມ​ລິ​ກາ​ທີ່​ກ່ຽວ​ຂ້ອງ​ໄດ້​ສະ​ໜັບ​ສະ​ໜູນ​ພວກ​ສ້າງ​ຄວາມ​ວຸ້ນ​ວາຍ​ໃຫ້​ຮົງ​ກົງ​ດ້ວຍ​ທຸກ​ຮູບ​ການ, ແລະ​ປຸກ​ປັ່ນ​ໃຫ້​ເຂົາ​ເຈົ້າ​ກໍ່​ອາດ​​ຊະ​ຍາ​ກຳ​ຮຸນ​ແຮງ​ແລະ ​ເຄື່ອນ​ໄຫວ​ແບ່ງ​ແຍກ​ຮົງ​ກົງ​ໃຫ້​ເປັນ​ເອ​ກະ​ລາດ,ສະ​ນັ້ນ ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ທຸກ​ສະ​ພາບ​ການ​ຄວາມ​ວຸ້ນ​ວາຍ​ທີ່​ເກີດ​ຂຶ້ນ​ຢູ່​ຮົງ​ກົງ​ໃນ​ປັດ​ຈຸ​ບັນ ເຊິ່ງ​ອົງ​ການ​ຈັດ​ຕັ້ງ​ເຫຼົ່າ​ນີ້​ຕ້ອງ​ໄດ້​ຖືກ​ຂວ້ຳ​ບາດ ແລະ​ຕ້ອງ​ໄດ້​​ຊົດ​ໄຊ້ຕາມ​ຈຳ​ເປັນ.

ຄຳ​ເຫັນ

0