蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ຊຸດ​ໃໝ່​ຂອງ​ອົງ​ການສະ​ຫະ​ພາບ​ເອີ​ຣົບ​ເຂົ້າ​ຮັບ​ຕຳ​ແໜ່ງ ໂດຍຫວັງ​ໃຫ້​ສະ​ຫະ​ພາບ​ເອີ​ຣົບມີ​ຄວາມ​ເຂັ້ມ​ແຂງກວ່າ​ເກົ່າ

2019-12-02 17:12:22 CRI

     ຕາມ​ຂ່າວ CRI: ເວັບ​ໄຊ oliannews ຂອງ​ອີ​ຕາ​ລີລາຍ​ງານ​ວ່າ: ກຳ​ມະ​ການ​ຊຸດ​ໃໝ່​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ເລີ່ມ​ດຳ​ລົງ​ຕຳ​ແໜ່ງນັບ​ແຕ່​ວັນ​ທີ 1 ທັນ​ວານີ້ເປັນ​ຕົ້ນ​ໄປ, ທ່ານນາງ​ອູຊູ​ລາ ຟອນ ເດີ ໄລ​ເຢີ ໄດ້​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ຢ່າງ​ເປັນ​ທາງ​ການ, ທ່ານ​ຊາ​ເລັ​ສ ມີ​ເຊວ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແບນ​ຊິ​ກໄດ້​ດຳ​ລົງ​ຕຳ​ແໜ່ງເປັນ​ປະ​ທານ​ສະ​ພາ​ເອີ​ຣົບ. ວັນ​ທີ 29 ພະ​ຈິກແລ້ວນີ້, ທ່ານ​ຊາ​ເລັ​ສ ມີ​ເຊວ​ເຄີຍ​ກ່າວ​ວ່າ: ຫວັງ​ໃຫ້​ສະ​ຫະ​ພາບ​ເອີ​ຣົບເສີມ​ຂະ​ຫຍາຍ​ບົດ​ບາດສຳ​ຄັນ​ໃນ​ໂລກ​ຢ່າງຕັ້ງ​ໜ້າກວ່າ​ເກົ່າ.

     ຕາມ​ຂ່າວ​ແຈ້ງວ່າ: ທ່ານ​ນາງ​ອູ​ຊູລາ ຟອນ ເດີ​ ໄລ​ເຢີ ອາ​ຍຸ 60 ປີ​ດຳ​ລົງ​ຕຳ​ແໜ່ງ​ຕໍ່​ຈາກ​ທ່ານ​ເຈນ ຄຼອດ ຈູນ​ເຄີ, ກາຍ​ເປັນ​ປະ​ທານຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບເພດ​ຍິງ​ຄົນ​ທຳ​ອິດ, ນາງ​ເຄີຍເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເຢຍ​ລະ​ມັນ​ແຕ່​ປີ 2013 ເປັນ​ຕົ້ນ​ມາ, ເປັນສະ​ມາ​ຊິກສະ​ຫະ​ພັນປະ​ຊາ​ທິ​ປະ​ໄຕ​ສາ​ສະ​ໜາ​ຄຼິ​ສ​ຕຽນ​ຂອງ​ເຢຍ​ລະ​ມັນ, ແລະ​ຖືວ່າເປັນ​ເພື່ອນ​ມິດ​ທີ່​ໃກ້​ຊິດຂອງ​ທ່ານ​ນາງເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ.

     ທ່ານ​ຊາ​ເລັ​ສ ມີ​ເຊວ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແບນ​ຊິກ​ໄດ້​ດຳ​ລົງ​ຕຳ​ແໜ່ງປະ​ທານ​ສະ​ພາ​ເອີ​ຣົບ​ຕໍ່​ຈາກທ່ານ​ໂດ​ນານ​ດ໌ ທຸ​ສ​ກ໌. ທ່ານ​ຊາ​ເລັ​ສ ມີ​ເຊວ​ກ່າວ​ວ່າ: ຈະ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ເອີ​ຣົບ, ຫວັງ​ໃຫ້ສະ​ຫະ​ພາບເອີ​ຣົບສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າກວ່າ​ເກົ່າ​ໃນ​ອະ​ນາ​ຄົດ, ແລະມີສຽງ​ທີ່​ເຂັ້ມ​ແຂງກວ່າ​ເກົ່າ​ເພື່ອ​ມີ​ອິດ​ທິ​ພົນຕໍ່​ເຫດ​ການຕ່າງໆ​ຂອງ​ໂລກ.

     ຫາງ​ສຽງ​ວິ​ເຄາະ​ວ່າ: ໃນ 5 ປີ​ຕໍ່​ໜ້າ, ຜູ້​ນຳ​ຜູ້ໃໝ່ 2 ທ່ານຂອງ​ສະ​ຫະ​ພາບ​ເອີ​ຣົບດັ່ງ​ກ່າວ​ຈະ​ປະ​ສົບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນບັນ​ຫາ​ຕ່າງໆ​ເຊັ່ນ: ​ລັດ​ທິ​ປົກ​ປ້ອງ​ການ​ຄ້າຂອງ​ອາ​ເມ​ລິ​ກາ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບຂອງ​ອັງ​ກິດ, ບັນ​ຫາຊາວ​ຍົກ​ຍ້າຍ ແລະ​ອື່ນໆ.

ຄຳ​ເຫັນ

0