蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຈີນ​ແຕ່ງ​ຕັ້ງ​ເຈົ້າ​ໜ້າ​ທີ່​ຜູ້​ສຳ​ຄັນ​ແລະປະ​ທານ​ອົງ​ການໄອ​ຍະ​ການຂອງເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຊຸດ​ທີ 5

2019-12-02 13:37:46 CRI

     ຕາມ​ຂ່າວ CRI: ອີງ​ຕາມມາດ​ຕາ​ທີ່​ກ່ຽວ​ຂ້ອງທີ່​ລະ​ບຸໄວ້​ໃນ“ກົດ​ໝາຍ​ພື້ນ​ຖານ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ”, ແລະ​ອີງ​ຕາມ​ການ​ສະ​ເໜີ​ຂອງ​ທ່ານ​ເຫີ້​ອີ​ເຊິງ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫາ​ນ​ພິ​ເສດ​ມາ​ກາວ​ຊຸດ​ທີ 5 , ວັນ​ທີ 1 ທັນ​ວານີ້, ລັດ​ຖະ​ບານ​ຈີນ​ໄດ້​ແຕ່ງ​ຕັ້ງ​ເຈົ້າ​ໜ້າ​ທີ່​ຜູ້​ສຳ​ຄັນ​ແລະ​ປະ​ທາ​ນ​ອົງ​ການ​ໄອ​ຍະ​ການ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຊຸດ​ທີ 5 . ເຊິ່ງເຈົ້າ​ໜ້າ​ທີ່​ຜູ້​ສຳ​ຄັນ​ແລະ​ປະ​ທານອົງ​ການ​ໄອ​ຍະ​ການ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈະ​ເລີ່ມ​ດຳ​ລົງ​ຕຳ​ແໜ່ງ​ແຕ່​ວັນ​ທີ 20 ທັນ​ວາ 2019 ເປັນ​ຕົ້ນ​ໄປ.

     ມື້​ດຽວ​ກັນ, ທ່ານ​ຊຸ່ຍ​ຊື້​ອ່ານ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ຊຸດ​ປະ​ຈຸ​ບັນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ເຈົ້າ​ໜ້າ​ທີ່​ຜູ້​ສຳ​ຄັນ​ແລະ​ປະ​ທານອົງ​ການ​ໄອ​ຍະ​ການ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ, ອວຍ​ພອນໃຫ້​ບັນ​ດາ​ທ່ານຈົ່ງເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນໃນ​ວຽກ​ງານ​ຕໍ່​ໄປ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ເຫີ້​ອີ​ເຊິງ, ຮັດ​ແໜ້ນ​ຄວາມສາ​ມັກ​ຄີ​ລະ​ຫວ່າງ​ປະ​ຊາ​ຊົນ​ອັນໄພ​ສານໃຫ້ກ້າວ​ໄປ​ໜ້າ​ພ້ອມ​ກັນ, ມີ​ການບຸກ​ເບີກແລະ​ປະ​ດິດ​ສ້າງ, ຮັບ​ໃຊ້​ປະ​ເທດ​ຊາດ, ຮັບ​ໃຊ້​ມາ​ກາວ, ປະ​ກອບ​ສ່ວນ​ອັນ​ໃໝ່​ເພື່ອ​ເຮັດ​ໃຫ້​ພຶດ​ຕິ​ກຳ​ທີ່​ຍິ່ງ​ໃຫຍ່​ໃນ​ຫຼັກ​ການ“ປະ​ເທດ​ດຽວ​ສອງ​ລະ​ບອບ”ຂອງເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ໜັກ​ແໜ້ນແລະ​ຍາວ​ນານ.

ຄຳ​ເຫັນ

0