赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​​ຫວັງ​ອີ້ສົ່ງ​ໂທ​ລະ​ເລກອວຍ​ພອນ​ວັນ​ຊາດ ສ​ປ​ປ ລາວ ຄົບ​ຮອບ 44 ປີ ມາ​ຍັງ​ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ

2019-12-02 09:57:04 cri

 

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດແຫ່ງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ​ຄົບ​ຮອບ 44 ປີ, ທ່ານ​ຫວັງ​ອີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ ຈີນ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ມາ​ຍັງ​ທ່ານ​ສະ​ເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ  ສ​ປ​ປ ລາວ. ເຊິ່ງ​ໂທ​ລະ​ເລກອວຍ​ພອນ​ມີ​ເນື້ອ​ໃນ​ຄື​ດັ່ງ​ນີ້:

ເຖິງ:

ສະ​ຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ

​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປປ ລາວ

                                                                                                                                ທີ່​ນະ​ຄອນ​ຫຼວງວຽງ​ຈັນ

 

ສະ​ຫາຍ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ:

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຄົບ​ຮອບ 44 ປີ, ຂ້າ​ພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກສຸດ​ໃຈ ມາ​ຍັງ​ສະ​ຫາຍ.

ປີນີ້​ເປັນ​ປີ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ​-ລາວຄົບ​ຮອບ 10 ປີ, ສາຍ   ​ພົ​​ວ​ພັນ​ສອງ​ຝ່າຍ​ໄດ້​ຮັກ​ສາ​ທ່າ​ອຽງ​ພັດ​ທະ​ນາ​ທີ່​ດີ. ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ຢ້ຽມ​ຢາມ​ກັນ​ເລື້ອຍໆ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ມີ​ໝາກ​ຜົນ​ພົ້ນ​ເດັ່ນ ສອງ​ປະ​ເທດ​ໄດ້​ປະ​ສານ​ສົມ​ທົບ​ຢ່າງ​ໃກ້​ຊິດ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາ​ກົນ. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັນ​ກັບ​ສະ​ຫາຍ ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ຂອງ​ການ​ນຳ​ຂັ້ນ​ສູງ​ສຸດ​ໃຫ້​ດີ ແລະ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​-ລາວ.

ຂໍ​ອວຍ​ພອນ​ໃຫ້ ສ​ປ​ປ ລາວ​ຈົ່ງ​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ປະ​ຊາ​ຊົນ​ລາວ​ຈົ່ງ​ມີ​ຄວາມ​ຜາ​ສຸກ.

ຂໍ​ອວຍ​ພອນ​ໃຫ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​-ລາວພັດ​ທະ​ນາ​ກ້າວ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

                                                                     ຫວັງ ອີ້

                                                                 ​ທີ່​ປຶກ​ສາ​ແຫ່ງ​ລັດ

                                        ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ ຈີນ

                                               ວັນ​ທີ 2 ທັນ​ວາ 2019 ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

                                    

ຄຳ​ເຫັນ

0