徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂເທດ​ສະ​ການຮູບ​ເງົາ​​ສາ​ກົນເກາະ​ໄຫ​ຫຼຳ​ຄັ້ງ​ທີ 2

2019-12-02 11:37:47 cri

ຕາມ​ຂ່າວCRI: ວັນ​ທີ 1 ທັນ​ວາ​ນີ້, ​ເທດ​ສະ​ການຮູບ​ເງົາ​​ສາ​ກົນເກາະ​ໄຫ​ຫຼຳ​ຄັ້ງ​ທີ 2 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ສານຢາ​ຂອງ​​ແຂວງ​ໄຫ​ຫຼຳຈີນ. ທ່ານ​ເສີນ​ໄຫ​ສົງ, ​ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນຫຼືCMG, ທ່ານ​ເສີນ​ສຽວ​ໝິງ, ເຈົ້າ​ແຂວງແຂວງ​ໄຫ​ຫຼຳ​ໄດ້​ເຂົ້າ​ຮ່ວ​ມພິ​ທີ​ໄຂ​ແລະ​ກ່າວ​ຄຳ​ປາ​ໄສ.

 

ທ່ານ​ເສີນ​ໄຫ​​ສົງ, ກ່າວ​ຄຳ​ປາ​ໄສວ່າ, ການ​ພັດ​ທະ​ນາ​ຂອງ​ແຂວງ​ໄຫ​ຫຼຳ​ແມ່ນສັນ​ຍາ​ລັກ​ທີ່​ສຳ​ຄັນ​ຂອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນໄລ​ຍະ 40 ປີ​ຜ່ານ​ມາ​ຂອງ​ຈີນ. ຈີນ​ໃນ​ສະ​ໄໝ​ໃໝ່, ກຳ​ລັງ​ຫັນຈາກ​ປະ​ເທດ​ໃຫຍ່​ດ້ານ​ຮູບ​ເງົາ​ໄດ້ພັດ​ທະ​ນາ​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງດ້ານ​ຮູບ​ເງົາ.

 

​ເທດ​ສະ​ການ​ຮູບ​ເງົາ​ສາ​ກົນ​ເກາະ​ໄຫ​ຫຼຳ​ເລີ່ມ​ຈັດ​ຂຶ້ນ​ໃນ​ປີ 2018, ແມ່ນ​​ເທດ​ສະ​ການຮູບ​ເງົາ​ສາ​ກົນ​ທີ່​ໃໝ່ທີ່​ສຸດ​ຂອງ​ຈີນ. ເຊິ່ງ​ເທດ​ສະ​ການ​ຄັ້ງ​ນີ້​ໄດ້​ຕັ້ງ​ລາງວັນການ​ແຂ່ງ​ຂັນ “ລາງວັນ​ໝາກ​ພ້າວ​ຄຳ”. ປັດ​ຈຸ​ບັນ​ນີ້, “ລາງວັນ​ໝາກ​ພ້າວ​ຄຳ”ໄດ້​ຮັບ​ສະ​ໝັກ​ຂອງ​ຮູບ​ເງົາທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ 1495 ເລື່ອງ​ທີ່​ມາ​ຈາກ 80 ປະ​ເທດ​ແລະ​ເຂດ​ແຄ້ວນ.

ຄຳ​ເຫັນ

0