赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດງານ​ສຳ​ມະ​ນາ​ລະ​ນຶກ​ການ​ປະ​ຕິ​ບັດ​ກົດ​ໝາຍ​ພື້ນ​ຖານ​ມາ​ກາວ​ຄົບ​ຮອບ 20 ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

2019-12-03 17:20:26 cri

“ປະ​ເທດດຽວ ສອງ​ລະ​ບອບ”ແມ່ນ​ຫຼັກການ​ທີ່​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ບັນ​ລຸ​​ເປົ້າ​ໝາຍ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ສັນ​ຕິ, ແມ່ນ​ການ​ປະ​ດິດ​ສ້າງທາງ​ທິດ​ສະ​ດີ​ອັນ​ຍິ່ງ​ໃຫຍ່​ຂອງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ກົດ​ໝາຍ​ພື້ນ​ຖານ​ກໍ່​ແມ່ນ​ການ​​ປະ​ຕິ​ບັດ​ກົດ​ໝາຍ​​ຕາມ​ແນວ​ທາງ “ປະ​ເທດ​ດຽວ ສອງ​ລະ​ບົບ”. ເນື່ອງ​ໃນ​ໂອ​ກາດ​ມາ​ກາວ​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ຈີນ​ຄົບ​ຮອບ 20 ປີ ໄດ້​ຈັດ​ໃຫ້​ມີ​ງານ​ສຳ​ມະ​ນາ​ລະ​ນຶກ​ກົດ​ໝາຍ​ພື້ນ​ຖານ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ ສ​ປ ຈີນ​ຄົບ​ຮອບ 20 ປີ​ຢູ່​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ຢ່າງ​ຄຶກ​ຄື້ນ ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ແລະ​ປະ​ກອບ​ຄຳ​ເຫັນ​ທີ່​ສຳ​ຄັນ​ຂອງ​ທ່ານ​ຫຼີ້​ຈ້ານ​ຊູ່  ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປ​ະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ.

ໃນ​ເວ​ລາ​ຫວນ​ຄືນ​ບົດ​ຮຽນ​ຂອງ​ພຶດ​ຕິ​ກຳ​ໃນ​ການ​ປະ​ຕິບັດ​ກົດ​ໝາຍ​ພື້ນ​ຖານ​ຢູ່​ມາ​ກາວ, ທ່ານ​ຫຼີ້​ຈ້ານ​ຊູ່​ໄດ້​ກ່າວ​ເປັນ​ພິ​ເສດ​ວ່າ:

“ມີ​ແຕ່​ໃຫ້ທົ່ວ​ສັງ​ຄົມ​ມີ​ຄວາມ​ຮັບ​ຮູ້​ຕໍ່​ປະ​ເທດ​ຊາດ​ທີ່​ຖືກ​ຕ້ອງ​ຢ່າງກວ້າງ​ຂວາງ, ຈິ່ງ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ພື້ນ​ຖານ​ຢ່າງ​ຮອບ​ດ້ານ​ແລະ​ຖືກ​ຕ້ອງ​ໄດ້; ມີ​ແຕ່​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຄວາມ​ໝັ້ນ​ຄົງ ແລະ​ຜົນ​ປະ​ໂຫຍດ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຢ່າງ​ແທ້​ຈິງ​ເທົ່າ​ນັ້ນ ຈິ່ງ​ຈະ​ສາ​ມາດ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ຍາວ​ນານ​ຂອງ​ມາ​ກາວ​ໄດ້; ມີ​ແຕ່ເອົາ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ເຂົ້າ​ໃນ​ລະ​ບົບ​ຄຸ້ມ​ຄອງ​ບໍ​ລິ​ຫານ​ຂອງ​ທົ່ວ​ປະ​ເທດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສະ​ພາບ​ການ​ລວມ​ແຫ່ງ​ການ​ພັດ​ທະ​ນາ​ແຫ່ງ​ຊາດ​ແລ້ວ, ຈິ່ງ​​ຈະສາ​ມາດ​ເຮັດ​ໃຫ້​ມາ​ກາວ​ກ້າວ​ເດີນ​ໄປ​ສູ່​ອະ​ນາ​ຄົດ​ທີ່​ສວຍ​ງາມ​ໄດ້. ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ພື້ນ​ຖານ​ຂອງ​ມາ​ກາວ​ຢ່າ​ງສຳ​ເລັດ​ຜົນ ​ໄດ້​ຢືນ​ຢັນ​ຢ່າງ​ແຂງ​ແຮງວ່າ “ປະ​ເທດ​ດຽວ ສອງ​ລະ​ບອບ" ແມ່ນ ແຜນ​ການ​ທີ່​ດີ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ບັນ​ຫາ​ມາ​ກາວ​ທີ່​ຕົກ​ທອດ​ມາ​ແຕ່​ປະ​ຫວັດ​ສາດ ແລະ​ກໍ່​ແມ່ນ​ລະ​ບຽບ​ການ​ທີ່​ດີ​ທີ່​ສຸດ​ເພື່ອ​ໃຫ້​ມາ​ກາວ​ໄດ້​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄັງ​ຍາວ​ນານ​ຫຼັງ​ຈາກ​ໄດ້​ກັບ​ຄື​ນ​ສູ່​ປະ​ເທດ​ຊາດ​ຈີນ​ແລ້ວ, ແມ່ນ​ເປັນ​ລະ​ບຽບ​ການ​ທີ່​ໃຊ້​ການ​ໄດ້, ເຮັດ​ໄດ້​ດີ, ແລະ​ຖືກ​ໃຈ​ຄົນ.

ວັນ​ທີ 20 ທັນ​ວາ 1999 ລັດ​ຖະ​ບານ ສ​ປ ຈີນ​ໄດ້​ຟື້ນ​ຟູ​ອະ​ທິ​ປະ​ໄຕ​ຕໍ່​ມາ​ກາວ​ຄືນ​ໃໝ່, ເຊິ່ງ​ເປັນ​ການ​ຟື້ນ​ຟູ​ອະ​ທິ​ປະ​ໄຕ​ອັນ​ຄົບ​ຖ້ວນ​ທີ່​ລວມ​ທັງ​ອຳ​ນາດ​ການ​ປົກ​ຄອງ, ລັດ​ຖະ​ບານ​ສູນ​ກາງ​​ທີ່​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ອີງ​ຕາມ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ນັ້ນ ໄດ້​ຕ​າງ​ໜ້າໃຫ້​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ຈີນ​ປະ​ຕິ​ບັດ​ອຳ​ນາດ​ການ​ປົກ​ຄອງ​ຕໍ່​ມາ​ກາວ​ຢ່າງ​ຮອບ​ດ້ານ. ທ່ານ​ຫຼີ້​ຈ້ານ​ຊູ່​ຊີ້​ອອກວ່າ, ການ​ທີ່​ປົກ​ປັກ​ຮັກ​ສາ​ລັດ​ຖະ​ທຳ​ມະ​ນູນ ແລະ​ລະ​ບຽບ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ທີ່​ກຳ​ນົດ​ໄວ້​ໃນກົດ​ໝາຍ​ພື້ນ​ຖານ​ມາ​ກາວ​ນັ້ນ  ສຳ​ຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ເອົາການ​ປົກ​ປ້ອງ​ອຳ​ນາດ​ການ​ປົກ​ຄອງ​ຮອບ​ດ້ານ​ຂອງ​ສູນ​ກາງ​ປະ​ສານ​ສົມ​ທົບ​ກັບ​​ການ​ຮັບ​ປະ​ກັນສິດ​ການ​ປົກ​ຄອງ​ຕົນ​ເອງ​ໃນ​ລະ​ດັບ​ສູງ​ໃຫ້​ເປັນ​ເອ​ກະ​ພາບ​ກັນ.

  ການ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ແມ່ນ​ພັນ​ທະ​ໜ້າ​ທີ່​ທີ່​ກຳ​ນົດ​ໃຫ້​ ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ, ແມ່ນ​ພັນ​ທະ​ດ້ານ​ກົດ​ໝາຍ​ທີ່​ລະ​ບຸ​ໄວ້​ໃນ​ກົດ​ໝາຍ​ພື້ນ​ຖານ​ມາ​ກາວ, ທ່ານ​ຫຼີ້​ຈ້ານ​ຊູ່​ຊີ້​ອອກວ່າ, ໃນ​ພຶດ​ຕິ​ກຳ​ແຫ່ງ​ການ​ປະ​ຕິ​ບັດຫຼັກ​ການ “ປະ​ເທດ​ດຽວ ສອງ​ລະ​ບອບ” ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຕ້ອງ​ຍຶດ​ຖື​ 3 ເສັ້ນ​ເພ​ດານ​ຕ່ຳ​ສຸດ​ຄື: ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ໃດໆ​ທີ່​ທຳ​ລາຍ​ອະ​ທິ​ປະ​ໄຕ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ​ເດັດ​ຂ​ຮາດ​ບໍ່​ໃຫ້​ມີ​ພຶດ​ຕິ​ກຳທ້າ​ທາຍ​ຕໍ່​ອິ​ທິ​ພົນ​ຂອງ​ອຳ​ນາດ​ສູ​ນ​ກາງ​ແລະ​ກົດ​ໝາຍ​ພື້ນ​ຖານ, ແລະ​ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ໃຊ້​ເຂດ​ບໍ​ລິ​ຫານ​ພິ​ເສດ​ເພື່ອ​ແຊກ​ຊືມ​ເຂົ້າ​ແຜ່ນ​ດິນ​ໃຫຍ່​ຈີນ.

ຄຳ​ເຫັນ

0