蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ຮຽນ​ມັດ​ທະ​ຍົມ​ແຜ່ນ​ດິນ​ໃຫຍ່​ຈີນ​ມີ​ຄວາມ​ສາ​ມາດ​ທີ່​ດີ​ເດັ່ນ​ໃນ​ດ້ານ​ການ​ອ່ານ ຄະ​ນິດ​ສາດ ແລະ​ວິ​ທະ​ຍາ​ສາດ

2019-12-04 16:20:19 CRI

     ຕາມ​ຂ່າວ CRI: ວັນ​ທີ 3 ທັນ​ວານີ້, ອົງ​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ເສດ​ຖະ​ກິດ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ປະ​ເມີນ​ຜົນສາ​ກົນ​ກ່ຽວ​ກັບ​ຄວາມ​ສາ​ມາດ​ຂອງ​ນັກຮຽນ​ອາ​ຍຸ 15 ປີ​ໃນ​ດ້ານ​ການ​ອ່ານ ຄະ​ນິດ​ສາດ ແລະວິ​ທະ​ຍາ​ສາດ ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ: ໃນຈຳ​ນວນ​ນັກ​ຮຽນເກືອບ 6 ແສນ​ຄົນ​ຈາກ 79 ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ປະ​ເມີນ, ນັກ​ຮຽນ​ແຜ່ນ​ດິນ​ໃຫຍ່​ຈີນ​ເປັນ​ອັນ​ດັບ 1, ຖັດ​ມາ​ແມ່ນ​ນັກ​ຮຽນ​ສິງ​ກະ​ໂປ ເຂດ​ມາ​ກາວ​ຈີນ​ແລະ​ເຂດ​ຮົງ​ກົງ​ຈີນ.

     ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ: ເຕັກ​ນິກ​ດີຈີ​ຕອນ​ໄດ້​ປ່ຽນວິ​ຖີຊີ​ວິດນອກ​ໂມງ​ຮຽນ​ຂອງ​ບັນ​ດາ​ນັກ​ຮຽນ​ໃນ​ລະ​ດັບ​ສູງ. ເມື່ອ​ທຽບ​ໃສ່​ປີ 2009, ນັກ​ຮຽນ​ທີ່​ມັກ​ອ່ານ​ໄດ້​ຫຼຸດ​ໜ້ອຍ​ລົງ, ແຕ່ໄດ້​ໃຊ້ເວ​ລາຫຼາຍກວ່າ​ເກົ່າ​ເຂົ້າ​ເບິ່ງອິນ​ເຕີ​ເນັດ. ສະ​ເລ່ຍ​ແລ້ວ, ຄວາມ​ສາ​ມາດໃນ​ການ​ອ່ານຂອງ​ນັກ​ຮຽນ​ຍິງ​ດີກວ່າ​ນັກ​ຮຽນ​ຊາຍ​ຢ່າງ​ເດັ່ນ​ຊັດ. ໃນ​ດ້ານ​ຄະ​ນິດ​ສາດ, ຄວາມ​ສາ​ມາດກວມ​ລວມ​ຂອງ​ນັກ​ຮຽນ​ຊາຍ​ດີກວ່າ​ນັກ​ຮຽນ​ຍິງ​ໜ້ອຍ​ໜຶ່ງ, ແຕ່​ໃນ​ດ້ານ​ວິ​ທະ​ຍາ​ສາດ, ນັກ​ຮຽນ​ຍິງ​ດີກວ່າ​ນັກ​ຮຽນ​ຊາຍ.

     ບົດ​ລາຍ​ງານ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ:  11 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊັ່ນ: ອົ​ສ​ຕຼາ​ລີ, ກາ​ນາ​ດາ, ແດ​ນມາກ ແລະປະ​ເທດ​ອື່ນໆ​ໄດ້​ສະ​ໜອງ​ໂອ​ກາດ​ການ​ສຶກ​ສາ​ຢ່າງ​ສະ​ເໝີ​ພາບກວ່າປະ​ເທດ​ອື່ນ, ເຊິ່ງ​ມີ​ຜົນ​ດີ​ຕໍ່​ພັດ​ທະ​ນາການ​ຂອງ​ນັກ​ຮຽນ. ແຕ່​ຍັງ​ມີ​ປະ​ເທດ​ແລະ​ເຂດ​ແຄວ້ນຈຳ​ນວນບໍ່​ໜ້ອຍພວມ​ພະເຊີນ​ໜ້າກັບ​ບັນ​ຫາ​ຕ່າງໆ​ເຊັ່ນ: ຂາດ​ຄູ​ສອນ ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ສຶກ​ສາບໍ່​ສົມ​ບູນ ແລະ​ອື່ນໆ.

     ອົງ​ການ​ຮ່ວມ​ມື​ແລະ​ພັດ​ທະ​ນາ​ເສດ​ຖະ​ກິດທີ່​ມີສຳ​ນັກ​ງານ​ໃຫຍ່ຕັ້ງຢູ່​ປາ​ຣີ​ຂອງປະ​ເທດ​ຝ​ຣັ່ງ​ໄດ້​ເລີ່ມ​ດຳ​ເນີນການ​ປະ​ເມີ​ນ 3 ປີ​ເທື່ອ​ໜຶ່ງນັບແຕ່​ປີ 2000 ເປັນ​ຕົ້ນ​ມາ ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ສຳ​ຫຼວ​ດ​ຄວາມ​ສາ​ມາດ​ຂອງ​ນັກ​ຮຽນ​ທີ່​ໄດ້​ສຳ​ເລັດ​ການ​ສຶກ​ສາຂັ້ນ​ພື້ນ​ຖານໃນ 3 ​ຫຼັກ​ສູດ​ສຳ​ຄັນ​ຄື: ຄະ​ນິດ​ສາດ, ການ​ອ່ານ, ແລະ​ວິ​ທະ​ຍາ​ສາດ.

ຄຳ​ເຫັນ

0