莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນແລະຟີ​ລິບ​ປິນ​ໄດ້​ເຊັນ​ສັນ​ຍາ​​ເພີ່ມ​ຄວາມ​ສາ​ມາດ​ດ້ານ​ການ​ສອນ​ພາ​ສາ​ຈີນ​ໃຫ້​​ຟີ​ລິບ​ປິນ

2019-12-04 15:43:44 CRI

ຕອນ​ບ່າຍ​ວັນ​ທີ 3 ທັນ​ວານີ້​ຢູ່​ນະ​ຄອນຫຼວງ​ມະ​ນີ​ລາ, ສຳ​ນັກ​ງານ​ໃຫຍ່​ສະ​ຖາ​ບັນ​ຂົງ​ຈື້​ຈີນ​ ​ແລະ ກະ​ຊວງ​ສຶກ​ສາ​ທິ​ການ​ຟີ​ລິບ​ປິນ​ໄດ້​ເຊັນ “​ສັນ​ຍາ​ກ່ຽວ​ກັບການ​ຮ່ວມ​ມື​ອົບ​ຮົມ​ຄູ​ສອນ​ພາ​ສາ​ຈີນ​ທ້ອງ​ຖິ່ນລະ​ດັບປະ​ລິ​ຍາ​ໂທ​ການ​ສຶກ​ສາ​ສ້າງ​ຄູ​​ສອນ​​ພາ​ສາ​ຈີນ", ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງ​ຄູ​ສອນ​ພາ​ສາ​ຈີນ​​​ລະ​ດັບມັດ​ທະ​ຍົມໃຫ້​ແກ່​ໂຮງ​ຮຽນ​ລັດ​ຢູ່​ຟີ​ລິບ​ປິນ.

ໂດຍ​ອີງ​ຕາມ​ສັນ​ຍາ​ດັ່ງ​ກ່າວ, ພາຍ​ໃນ 5 ປີ​ຕໍ່​ໜ້າ, ສອງ​ຝ່າຍ​ຈະ​ຮ່ວມ​ມື​ອົບ​ຮົມ​ສ້າງ​​ຄູ​ສອນ​ພາ​ສາ​ຈີນ​ລະ​ດັບ​ປະ​ລິນ​ຍາ​ໂທ 300 ຄົນ​ໃຫ້​ແກ່​ໂຮງ​ຮຽນ​ລັດ​ຂັ້ນ​ມັດ​ທະ​ຍົມ​ຂອງ​ຟີ​ລິບ​ປີນ. ຄູ​ສອນ​ພາ​ສາ​ຈີນ​ເຫຼົ່າ​ນີ້​ຈະ​ຮັບ​ການ​ສຶກ​ສາ​ວິ​ຊາ​​​ພາ​ສາ​ຈີນລະ​ດັບ​ປະ​ລິນ​ຍາ​ໂທ​ເປັນ​ເວ​ລາ 2 ປີ.

ຕາມ​ຂ່າວ​ໃຫ້​ຮູ້​ວ່າ, ແຕ່​ປີ 2011 ເປັນ​ຕົ້ນ​ມາ, ພາ​ສາ​ຈີນ​ຖືກ​ຈັດ​ເຂົ້າ​ເປັນຫຼັກ​ສູດພາ​ສາ​ຕ່າງ​ປະ​ເທດ​ທີ່​ໃຫ້​ເລືອກ​ຮຽນ​ໃນ​ໂຮງ​ຮຽນ​ລັດ​ຂັ້ນ​ມັດ​ທະ​ຍົມ​ຟີ​ລິບ​ປິນ​ຢ່າງ​ເປັນ​ທາງ​ການ, ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ວິ​ຊາ​ພາ​ສາ​ຈີນ​ຖືກ​ຈັດ​ເຂົ້າ​ໃນ​ລະ​ບົບ​ການ​ສຶກ​ສາ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ຟີ​ລິບ​ປີນ​ຢ່າງ​ເປັນ​ທາງ​ການ. ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ຟີ​ລິບ​ປີນ​ມີ​ໂຮງ​ຮຽນ​ລັດ​ຂັ້ນ​ມັດ​ທະ​ຍົມ 93 ແຫ່ງ​ໃນ 11 ເຂດ​ແຄວ້ນ​ໄດ້​ເປີດ​ສອນ​ວິ​ຊາ​ພາ​ສາ​ຈີນ, ມີ​ນັກ​ຮຽນ​ມັດ​ທະ​ຍົມ​ເກືອບ 11.000 ຄົນ​ໄດ້​ຮຽນ​ພາ​ສາ​ຈີນແລ້ວ.

ຄຳ​ເຫັນ

0