赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາງ​ຊູ​ຢື​ນາ: ເລົ່າ​ສູ່​ຟັງ​ກ່ຽວ​ກັບ​ໂລກ​ທີ່​ສວຍ​ງາມ

2019-12-04 17:12:53 cri

图片默认标题_fororder_1
ວັນ​ທີ 3 ທັນ​ວານີ້ ນາງ​ຊູ​ຢື​ນາ​ໄດ້​ແລກ​ປ່ຽນ​ກັບ​ບັນ​ດາ​ເດັກ​ນ້ອຍ​ທີ່​ພິ​ການ​ທາງ​ຕາ​ໃນ​ງານ​ອ່ານ​ກະ​ວີ. ມື້​ດຽວ​ກັນ ແມ່ນ​ວັນ​ຄົນ​ພິ​ການ​ສາ​ກົນ ນາງ​ຊູ​ຢື​ນາ​ທີ່​ເມືອງ​ໂຫ​ຫູດ​ເຂດ​ມົງ​ໂກ​ໃນ​ຂອງ​ຈີນ​ໄດ້​ມາ​ຮອດ​ຫ້ອງ​ສະ​ໝຸດ​ສຳ​ລັບ​ຄົນ​ພິ​ການ​ຂອງ​ຫໍ​ສະ​ໝຸດ​ເຂດ​ມົງ​ໂກ​ໃນ​ຈີນ ເພື່ອ​ອ່ານ​ກະ​ວີ ແລະ​ອະ​ທິ​ບາຍ​ຮູບ​ເງົາ​ໃຫ້​ບຸກ​ຄົນ​ຜູ້​ພິ​ການ​ທາງ​ຕາ​ສູ່​ຟັງ. ນາງ​ຊູ​ຢື​ນາ​ແມ່ນ​ຜູ້​ຈັດ​ລາຍ​ການ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ເຂດ​ມົງ​ໂກ​ໃນ, ນາງ​ເລີ່ມ​ຮ່ວມ​ມື​ກັບ​ຫໍ​ສະ​ໝຸດ​ເຂດ​ມົງ​ໂກ​ໃນ​ເລີ່ມ​ແຕ່​ເດືອນ​ມີ​ນາ 2017 ມາ ເພື່ອ​ມາ​ໃຫ້​ການ​ບໍ​ລິ​ການ​ແບບ​ອາ​ສາ​ສະ​ໝັກ, ເລົ່າ​ຮູ​ບ​ເງົາ​ໃຫ້​ບຸກ​ຄົນ​ຜູ້​ທີ່​ພິ​ການ​ທາງ​ຕາ ແລະ​ສອນ​ໃຫ້​ເດັກ​ນ້ອຍ​ທີ່​ພິ​ການ​ທາງ​ຕາ​ນັ້ນ​ຮຽນ​ການ​ອ່ານ​ກະ​ວີ. ໃນ​ເວ​ລາ 2 ປີກວ່າ​ມານີ້ ນາງ​ຊູ​ຢື​ນາ​ບໍ່​ເຄີຍ​ຢຸດ​ເຊົາ​ການ​ບໍ​ລິ​ການ​ແບບ​ອາ​ສາ​ສະ​ໝັກ​ແບບນີ້ ທັງ​ໄດ້​ດຶງ​ດູດ​ອາ​ສາ​ສະ​ໝັກ​ບໍ່​ໜ້ອຍ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ສາ​ທາ​ລະ​ນະ​ປະ​ໂຫຍດ​ດັ່ງ​ກ່າວ.
 

ຄຳ​ເຫັນ

0