蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນເກົາ​ຫຼີ​ສະ​ແດງ​ຄວາມ​ຜິດ​ຫວັງ​ຕໍ່​ຖ້ອຍ​ຄວາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ

2019-12-05 14:54:56 CRI

     ຕາມ​ຂ່າວ CRI: ວັນ​ທີ 4 ທັນ​ວານີ້, ທ່ານບັກ​ຈຶງ​ທີນ ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນເກົາ​ຫຼີ​ກ່າວ​ວ່າ: ທ່ານ​ສະ​ແດງ​ຄວາມ​ຜິດ​ຫວັງ​ຕໍ່​ຖ້ອຍ​ຄວາມ​ຂອງທ່ານ​ໂດ​ໂນ ທ​ຣຳ ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມຣິ​ກາ​ກ່ຽວ​ກັບ​ສ.ປ.ປ​ ເກົາ​ຫຼີໃນ​ວັນ​ທີ 3 ທັນ​ວານີ້. ສ.ປ.ປ ເກົາ​ຫຼີ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ສົມ​ຄູ່​ກັນ​ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມ​ຂູ່​ຕໍ່ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

     ຕາມ​ຂ່າວ​ສານ​ສູນ​ກາງ​ສ.ປ.ປ ເກົາ​ຫຼີ​ແຈ້ງວ່າ: ໂດຍ​ແນ​ໃສ່​ເລື່ອງທີ່​ທ່ານ​ທ​ຣຳ​ກ່າວ​ເຖິງ“ການ​ໃຊ້​ກຳ​ລັງ​ອາ​ວຸດ”ຕໍ່​ສ.ປ.ປ ເກົາ​ຫຼີ​ ໃນ​ເວ​ລາ​ທ່ານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ນາ​ໂຕ​ຢູ່​ລອນດອນ​ໃນ​ວັນ​ທີ 3 ທັນ​ວານີ້, ທ່ານ​ບັກ​ຈຶງ​ທີນ​ກ່າ​ວ​ວ່າ: “ຂ້າ​ພະ​ເຈົ້າ​ສະ​ແດງ​ທ່າ​ທີ​ຢ່າງ​ຈະແຈ້ງວ່າ: ຖ້າ​ອາ​ເມ​ຣິ​ກາ​ໃຊ້​ກຳ​ລັງ​ອາ​ວຸດ​ໃດໆ​ຕໍ່​ສ.ປ.ປ ເກົາ​ຫຼີ, ສ​.ປ.ປ ເກົາ​ຫຼີ​ກໍ​ຈະໃຊ້​ການ​ເຄື່ອນ​ໄຫວຕໍ່​ຕ້ານ​ຢ່າງວ່ອງ​ໄວ​ໃນ​ລະ​ດັບ​ທີ່​ສົມ​ຄູ່​ກັນ.” ທ່ານ​ກ່າວ​ເນັ້ນ​ວ່າ: “ການ​ໃຊ້​ກຳ​ລັງ​ອາ​ວຸດບໍ່​ພຽງ​ແຕ່​ແມ່ນ​ສິດ​ທິ​ພິ​ເສດ​ຂອງ​ອາ​ເມ​ຣິ​ກາ​ເທົ່າ​ນັ້ນ.”

     ໃນເດືອນ​ເມ​ສາ​ປີນີ້, ທ່ານ​ກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ​ສ.ປ.ປ ເກົາ​ຫຼີ​ເຄີຍກ່າວ​ວ່າ: ຫວັງວ່າອາ​ເມ​ຣິ​​ກາ​ຈະ​ມີ​ທ່າ​ທີ​ທີ່​ເໝາະ​ສົມແລະ​ຕິດ​ແທດ​ຕົວ​ຈິງ​ກ່ອນ​ທ້າຍ​ປີນີ້, ເພື່ອເຊັນ​ສັນ​ຍາ​ກັບ​ສ.ປ.ປ​ ເກົາ​ຫຼີ​ກ່ຽວ​ກັບ​ບັນ​ຫາ​ປອດ​ນິວ​ເຄຼຍ​ຢູ່ແຫຼມ​ເກົາ​ຫຼີ, ຖ້າບໍ່​ດັ່ງ​ນັ້ນ, ສ.ປ.ປ ເກົາ​ຫຼີ​ຈະ​ເດີນ​ໄປ​ສູ່​ທິດທາງ​ໃໝ່.

ຄຳ​ເຫັນ

0