徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະທານາທິບໍດີຟີລິບປີນສະແດງຄວາມພໍໃຈຕໍ່ການພັດທະນາການພົວພັນທີ່​ດີ​ງາມລະຫ່າງຈີນ-ຟີລິບປີນ

2019-12-05 16:55:09 cmg

ຕາມຂ່າວCRI: ວັນທີ 4 ທັນວານີ້, ທ່ານໂຣດຼີໂກ ດູເຕີເຕ, ປະທານາທິບໍດີຟີລິບປີນກ່າວວ່າ, ປັດຈຸບັນນີ້ຟີລິບປີນກັບຈີນສອງຝ່າຍມີຄວາມ ເຂົ້າໃຈກັນເພີ່ມ​ຂຶ້ນ, ໄວ້​ເນື້ອເຊື່ອໃຈກັນຫຼາຍກວ່າເກົ່າ,​ ທ່ານໄດ້ສະແດງຄວາມ ເພິ່ງພໍໃຈຕໍ່ການພັດທະນາດ້ານການພົວພັນ​ທີ່​ດີ​ງາມລະຫວ່າງຟີລິບປີນ-ຈີນ.

 

ທ່ານໂຣດຼີໂກ ດູເຕີເຕ​ສະ​ແດງ​ຄວາມ​ຄິດ​ເຫັນດັ່ງກ່າວໃນເວລາທ່ານຫວງຊີຫຼຽນ ເອກອັກຄະລັດຖະທູດຈີນປະຈຳຟີລິບປີນ​ຄົນໃໝ່ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ. ທ່ານ ໂຣດຼີໂກ ດູເຕີເຕກ່າວວ່າ,​ນັບແຕ່ໄດ້ຂຶ້ນຮັບຕຳແໜ່ງເປັນຕົ້ນມາ, ລັດຖະ ບານຟີລິບປີນໄດ້ຍຶດໝັ້ນການພັດທະນາການພົວພັນຄູ່ຮ່ວມມື​ມິດ​ຕະ​ພາບກັບຈີນ,​ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງວ່ອງໄວ, ປັດຈຸບັນນີ້, ຈີນໄດ້ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດ ຂອງຟີລິບປີນ.

 

ທ່ານຫວງຊີຫຼຽນກ່າວວ່າ,​ປີ 2020 ແມ່ນປີ​ແຫ່ງ​ການສ້າງຕັ້ງສາຍພົວພັນທາງ ການທູດລະ​ຫວ່າງ​ຈີນ-ຟີ​ລິບ​ປິນຄົບຮອບ 45 ປີ. ຈີນຈະສະໜັບສະໜູນ​ຟິ​ລິບ​ປິນ​ໃນການພັດທະນາດ້ານເສດຖະກິດ, ປັບປຸງຊີວິການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນກວ່າເກົ່າ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະ ຫວ່າງຈີນ-ຟີລິບປີນໄດ້ຮັບການພັດ​ທະ​ນາ​ໃຫ້ດີງາມແລະໝັ້ນຄົງຢ່າງສະເໝີ ຕົ້ນສະເໝີປາຍ.

 

 

 

 

ຄຳ​ເຫັນ

0