尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ຮົງ​ກົງ​ທີ່​ທຳ​ລາຍ​ຕົນເອງ​ແລະ​ຜູ້​ອື່ນ​ຈະ​ຕ້ອງ​ຖືກ​ປະ​ລາ​ໄຊ​ຢ່າງ​ແນ່ນອນ

2019-12-05 19:04:31 cri

ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRI ໄດ້​​ອອກ​ບົດ​ວິ​ເຄາະ​ພາຍ​ໃຕ້​ຫົວ​ຂໍ້ “ຮ່າງ​ກົດ​ໝາຍ​ກ່ຽວ​ກັບ​ຮົງ​ກົງ​ທີ່​ທຳ​ລາຍ​ຕົນ​ເອງ​ແລະ​ຜູ້​ອື່ນ​ຈະ​ຕ້ອງ​ຖືກ​ປະ​ລາ​ໄຊ​ຢ່າງ​ແນ່ນອນ”.
 

ບົດ​ວິ​ເຄາະ​ຊີ້​ວ່າ: ຫວ່າ​ງ​ມໍ່ໆ​ມາ​ນີ້,ອາ​ເມ​ຣິ​ກາ​ບໍ່ໄດ້​ເອົາ​ຫົວ​ຊານຳ​ການ​​ຄັດ​ຄ້ານຢ່າງ​ຮຸນ​ແຮງ​ຈາກ​ຈີນ​ແລະ​ລົງ​ນາມ​ໃນ “ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ​ຮົງ​ກົງ​ໃຫ້​ມີ​ຜົນ​ສັກ​ສິດ”. ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເປັນ​ການ​ທຳ​ລາຍ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ,​ແລະ​ກໍ່​ເປັນ​ການທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ຣິ​ກາ​ແລະ​ປະ​ຊາ​ຄົມ​ໂລກ​ເຊັ່ນ​ດຽວ​ກັນ. ​ດ້ວຍ​ການຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ຂອງ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ໃນ​ການ​​ປົກປ້ອງ​ອະ​ທິ​ປະ​ໄຕ,ຄວາມ​ໝັ້ນ​ຄົງແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາແຫ່ງ​ຊາດ,ເຈດ​ຕະ​ນາ​ຮ້າຍໃດໆ​ຂອງ​ອາ​ເມ​ຣິ​ກາ​ທີ່​​ຫວັງ​ຢາກກໍ່​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ແລະ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ແນ່ນອນ.
 

ບົດ​ວິ​ເຄາະ​ເນັ້ນ​ໜັກ​ວ່າ:ນັບ​ແຕ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ຊຸດ​ປັດ​ຈຸ​ບັນ​ເລີ່ມ​​ຂຶ້ນ​ກຳ​ອຳ​ນາດ​ເປັນ​ຕົ້ນ​ມາ,ນັກ​ການ​ເມືອງ​​ທີ່​ເປັນ​ປໍ​ລະ​ປັກ​ກັບ​ຈີນ​ບາງ​ຄົນ​ໄດ້​ໃຊ້​ແນວ​ຄິດ​ສົງ​ຄາມ​ເຢັນ​ແລະ​ຕັກ​ກະ​ລັດ​ທິ​ເຈົ້າ​ອຳ​ນາດ​ຕາມ​ລຳ​ພັງ​ໃຈ,ປິດ​ລ້ອມ​ຈີນ​ນັບ​ມື້​ນັບ​ຮຸນ​ແຮງ,ແຕ່​ອາ​ເມ​ຣິ​ກາ​ຕີ​ລາ​ຄາ​ຕ່ຳ​ເກີນ​ໄປຕໍ່​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ໜັກ​ແໜ້ນ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ຮົງ​ກົງ,ຕີ​ລາ​ຄາ​ຕ່ຳ​ເກີນ​ໄປ​ຕໍ່​ຄວາມ​ສາ​ມາດ​ແລະ​ວິ​ທີຂອງ​ປະ​ຊາ​ຊົນ​ຈີນ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​,ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​​ຂອງ​ຊາດ.​ຕໍ່​ການ​ກະ​ທຳ​ທີ່​ໄຮ້​ເຫ​ດ​ຜົນ​ຂອງ​ອາ​ເມ​ຣິ​ກາ,ຈີນ​ໄດ້​ໃຊ້​ມາດ​ຕະ​ການ​​ຕອບ​ໂຕ້,ພ້ອມ​ທັງ​ຈະ​ໃຊ້​ການ​ກະ​ທຳ​ທີ່​ຈຳ​ເປັນ​ຕື່ມ​ອີກ​ໂດຍ​ຂຶ້ນ​ຢູ່​ກັບ​ສະ​ຖາ​ນະ​ການ​ວ່າ​ຈະ​ພັດ​ທະ​ນາ​ໄປ​ຄື​ແນວ​ໃດ. ຈີນ​ເຕືອນ​ໃຫ້​ນັກ​ການ​ເມືອງ​ບາງ​ຄົນ​ຂອງ​ອາ​ເມ​ຣິ​ກາຄວນ​ຢຸດ​ຕິ​ກົນ​ອຸ​ບາຍ​​ດ້ານການ​ເມືອງ​ທີ່​ເປັນ​ການ​ທຳ​ລາຍ​ທັງ​ຕົນ​ເອງ​ແລະ​ຜູ້​ອື່ນ,ຢຸດ​ຕິ​ຄວາມ​​ເພີ້ຝັນທີ່​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ​ໂດຍ​ຜ່ານການ​ແຊກ​ແຊງ​ຮົງ​ກົງ.

ຄຳ​ເຫັນ

0