徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ວ່າ​ການເຂດ​ບໍ​ລິ​ຫານພິ​ເສດ​ມາ​ກາວ​ກ່າວ​ວ່າ: ການ​ສະ​ໜັບ​ສະ​ໜູນ​ຈາກ​​ແຜ່ນ​ດິນ​ໃຫຍ່​ສ້າງ​ຄວາມ​ໝັ້ນ​ໃຈ​ຫຼາຍ​ທີ່​ສຸດ​ໃຫ້ພີ່​ນ້ອງ​ຮ່ວມ​ຊາດ​ມາ​ກາວ

2019-12-05 16:55:55 cmg

ຕາມ​ຂ່າວCRI:ເນື່ອງ​ໃນ​ໂອ​ກາດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​​ກັບ​ຄືນ​ສູ່ປະ​ເທດ​ຊາດ​ຄົບ​ຮອບ 20 ປີ, ທ່ານ​ສຸຍ​ເຊີ​ອານ, ຜູ້​ວ່າ​ການເຂດ​ບໍ​ລິ​ຫານ​ພິ​ເສດມາ​ກາວ​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ພິ​ເສດ​ຕໍ່​ນັກຂ່າວວ່າ, ນັບ​ແຕ່​ເຂດ​ມາ​ກາວ​ໄດ້​ກັບ​ຄືນ​ສູ່​ປະ​ເທດ​ຊາດ​ເປັນ​ເວ​ລາ 20 ປີ​ຜ່ານ​ມາ​ນີ້, ເຂດ​ມາ​ກາວ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ, ​ຍ້ອນ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​​ງານ​ໂດຍ​ອີງ​ຕາມ​ລັດ​ຖະ​ທຳ​ມະ​ນູນ, ແລະກົດ​ໝາຍ​ພື້ນ​ຖານ​ຢ່າງ​ເຂັ້ມ​ງວດ​ແລະ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ,  ຫຼັກ​ການ“ປະ​ເທດ​ດຽວ​​ສອງ​ລະ​ບອບ”“ຊາວ​ມາ​ກາວ​ປົກ​ຄອງ​ມາ​ກາວ”, ແລະ​ປົກ​ຄອງ​ດ້ວຍ​ຕົນ​ເອງ​ໃນ​ລະ​ດັບ​ສູງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

 

ທ່ານ​ສຸຍ​ເຊີ​ອານ​ກ່າວ​ວ່າ, ຄວາມ​ໝັ້ນ​ໃຈ​​ຢ່າງ​ເຕັມ​ປ່ຽມ​ຕໍ່​ອະ​ນາ​ຄົດ​ຂອງ​ພິ່​ນ້ອງ​ຮ່ວມ​ຊາດ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ແມ່ນ​ຍ້ອນ​ວ່າ,  “ປະ​ເທດ​ຊາດ​ແມ່ນຜູ້​ໜູນ​ຫຼັງ​ທີ່​ເຂັ້ມ​ແຂງ​ທີ່​ສຸດ​ຂອງ​ພວກ​ເຮົາ, ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ເຂດ​ມາ​ກາວ”.

 

ປີ 2018, ຍອດ​ມູນ​ຄ່າ​ຜົນ​ຜະ​ລິດ​ພາຍ​ໃນ​ຫຼື GDP ຂອງ​ເຂດ​ມາ​ກາວ​ໄດ້​ບັນ​ລຸ 55 ຕື້ 1 ຮ້ອຍ​ລ້ານ​ໂດ​ລາ, GDP ສະ​ເລ່ຍ​ຕໍ່​ຫົວ​ຄົນ​ບັນ​ລຸ​​ເຖິງ 8 ໝື່ນ​ໂດ​ລາ.ປັດ​ຈຸ​ບັນ​ນີ້, ອັດ​ຕາ​ຫວ່າງ​ງານ​ໂດຍ​ລວມ​ຢູ່​ເຂດ​ມາ​ກາວ​​ມີພຽງ​ແຕ່​ 1,8%, ສາ​ມາດຮັກ​ສາໃຫ້​ຢູ່​ໃນ​ລະ​ດັບ​ຕ່ຳ​ມາ​ຫຼາຍ​ປີ​ລຽນ​ຕິດ. ທ່ານ​ສຸຍ​ເຊີ​ອານກ່າວ​ວ່າ, ໃນ 10 ປີ​ຜ່ານ​ມາ​ທີ່​ໄດ້​ດຳ​ລົງ​ຕຳ​ແໜ່ງ​​ເປັນຜູ້​ວ່າ​ການເຂດ​ບໍ​ລິ​ຫານ​​ພິ​ເສດ, ທ່ານໄດ້​ຖື​ເອົາການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ, ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ​ເປັນແນວ​ຄິດ​ຊີ້​ນຳ​ນຳ​ພາທີ່​ສຳ​ຄັນ​ໃນ​ວຽກ​ງານ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ. ອົງ​ການປົກ​ຄອງ​ບໍ​ລິ​ຫານພິ​ເສດມາ​ກາວ​ຖືເອົາ​ການ​​ສ້າງເປັນ​ສູນ​ພັກ​ຜ່ອນຢວນ​ໃຈ​ເພື່ອ​ການທ່ອງ​ທ່ຽວ​ໂລກ, ເວ​ທີ​ການ​ບໍ​ລິ​ການ​ຂອງ​ການ​ຮ່ວມ​ມືດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບບັນ​ດາ​ປະ​ເທດ​ທີ່​ໃຊ້​ພາ​ສາ​ປອກ​ຕຸຍ​ການ​ເປັນ​ຫຼັກ​, ອອກ​ແຮງ​ພັດະ​ທ​ະ​ນາ​ຂະ​ແໜງ​ການ​ຈະ​ເລີນ​ໃໝ່​ແລະ​​ເຮັດ​ໃຫ້ຂະ​ແໜງ​ການ​ຕົ້ນ​ຕໍ​​ພັດ​ທ​ນາຢ່າງ​ມີ​​ໝັ້ນ​ທ່ຽງ, ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ແລະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ສາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຊຸກ​ຍູ້​ການ​ສ້າງ​ສາ​ຂອງ​ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ​ຮົງ​ກົງ​ແລະ​​ມາ​ກາວ​ໃຫ້​ບັນ​ລຸ​ຜົນ​ຈິງ.

ຄຳ​ເຫັນ

0