蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍ​ລິ​ສັດ​ຫົວ​ເວີຍ​ກ່າວ​ຟ້ອງ​ຄະ​ນະ​ກຳ​ມະ​ການການ​ສື່​ສານສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໃນ​ຂໍ້​ຫາ ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ​ອາ​ເມ​ຣິ​ກາ

2019-12-05 17:11:41 CRI

     ຕາມ​ຂ່າວ CRI: ວັນ​ທີ 5 ທັນ​ວານີ້, ບໍ​ລິ​ສັດ​ຫົວ​ເວີຍ​ເຜີຍ​ໃຫ້​ຮູ້​ວ່າ: ມື້​ດຽວ​ກັນ, ໄດ້​ຍື່ນ​ຄຳຮ້ອງ​ຟ້ອງ​ຕໍ່ສານ​ອາ​ເມ​ຣິ​ກາ, ຮຽກ​ຮ້ອງ​ໃຫ້​ສານ​ຕັດ​ສິນ​ວ່າ ຂໍ້​ຕົກ​ລົງ​ຂອງຄະ​ນະ​ກຳ​ມະ​ການ​ການ​ສື່​ສານສະ​ຫະ​ລັດ​ອາ​ເມ​ຣິ​ກາ​ຫຼື FCC ກ່ຽວ​ກັບ​ການ​ຫ້າມບໍ່​ໃຫ້​ບໍ​ລິ​ສັດ​ຫົວ​ເວີຍ​ເຂົ້າ​ຮ່ວມ​ການ​ນຳ​ໃຊ້​ເງິນ​ອຸດ​ໜູນສະ​ຫະ​ລັດ​ນັ້ນ ໄດ້​ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ​ອາ​ເມ​ຣິ​ກາ​ແລະ​ກົດ​ໝາຍ​ວ່າ​ດ້ວຍ​ລະ​ບຽບ​ການ​ບໍ​ລິ​ຫານ.

     ວັນ​ທີ 22 ພະ​ຈິກ​ແລ້ວນີ້, FCC ໄດ້​ຮັບ​ຮອງ​ຂໍ້​ຕົກ​ລົງ​ສະ​ບັບ​ໜຶ່ງ ໂດຍ​ໄດ້​ກຳ​ນົດບໍ​ລິ​ສັດ​ຫົວ​ເວີຍ​ກາຍເປັນ​ການ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ, ແລະ​ຫ້າມບໍ່​ໃຫ້​ນັກ​ທຸ​ລະ​ກິດ​ການ​ສື່​ສານ​ຢູ່ເຂດ​ຊົນ​ນະ​ບົດ​ອາ​ເມ​ຣິ​ການຳ​ໃຊ້​ເງິນ​ອຸດ​ໜູນ​ຂອງກອງ​ທຶນ​ບໍ​ລິ​ການ​ທົ່ວ​ໄປ​ຫຼື USF ຊື້​ອຸ​ປະ​ກອນ​ຂອງ​ຫົວ​ເວີຍ.

     ໃນ​ຄຳ​ຮ້ອງ​ຟ້ອງນັ້ນ, ບໍ​ລິ​ສັດ​ຫົວ​ເວີຍ​ເຫັນ​ວ່າ: FCC ໄດ້​ກຳ​ນົດ​ຫົວ​ເວີຍກາຍ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໂດຍ​ກົງ, ບໍ່​ໄດ້​ໃຫ້​ໂອ​ກາດ​ແກ່​ຫົວ​ເວີຍ​ໃນ​ການ​ແກ້​ຂໍ້​ກ່າວ​ຫາ​ທີ່​ກ່ຽວ​ຂ້ອງ ເຊິ່ງຜິດຕໍ່ຫຼັກ​ການທີ່​ປະ​ຕິ​ບັດ​ຕາມ​ລະ​ບຽບການ​ທີ່ຖືກ​ຕ້ອງ​ຕາມກົດ​ໝາຍ. ພ້ອມ​ກັນ​ນັ້ນ, ບໍ​ລິ​ສັດ​ຫົວ​ເວີຍ​ເຫັນ​ວ່າ: FCC ບໍ່​ໄດ້​ສະ​ໜອງ​ຫຼັກ​ຖານ​ອ້າງ​ອີງຫຼື​ຂໍ້​ກ່າວ​ຫາ​ທີ່​ສົມ​ເຫດ​ສົມ​ຜົນໃດໆ​ເພື່ອ​ສະ​ໜັບ​ສະ​ໜູນ​ຂໍ້​ກຳ​ນົດ​ທີ່​ເຮັດ​ຂຶ້ນຕາມ​ລຳ​ພັງ​ໃຈ​ຂອງ​ເຂົາ​ເຈົ້າ ເຊິ່ງ​ໄດ້​ລະ​ເມີດກົດ​ໝາຍ​ສະ​ບັບ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ​ ເຊັ່ນ: ​ລັດ​ຖະ​ທຳ​ມະ​ນູນ​ອາ​ເມ​ຣິ​ກາ, ກົດ​ໝາຍ​ວ່າ​ດ້ວຍ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ​ອື່ນໆ.

ຄຳ​ເຫັນ

0