徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ທິ​ທີ​ເປີດ​ເສັ້ນ​ທາງ​ໃໝ່​ແລະ​ນຳ​ໃຊ້ລົດໄຟ​ລອຍ​ຟ້າ​ທີ່​ຈີນ​ຜະ​ລິດ​ຢູ່​ນະ​ຄອນ​ຫຼວງ​ບາງກ​ອກ​ໄທ

2019-12-05 16:54:37 cmg

ຕາມຂ່າວCRI: ວັນທີ 4 ທັນວານີ້, ຢູ່ນະຄອນຫຼວງບາງກອກຂອງໄທໄດ້ຈັດພິທີ​ເປີດ​ເສັ້ນ​ທາງທາງລົດໄຟລອຍຟ້າສາຍ​ສີ​ຂຽວ, ແລະ​ນຳ​ໃຊ້​ຂະ​ບວນລົດໄຟລອຍ ຟ້າທີ່ໄດ້ຮັບການຄົ້ນຄວ້າຜະລິດໂດຍບໍລິສັດ​ລົດ​ໄຟ​ຮຸ່ນ​ສ່ວນ​ຈຳ​ກັດ​ຊາງ​ຊຸ່ມຂອງ ກຸ່ມບໍລິສັດ​ຈົ່ງ​ເຊີຈີນຈຳ​ກັດ (ຫຼື CRRC)ຢ່າງເປັນທາງການ, ທ່ານປຣະຢຸດ ຈັນໂອຊາ,​ນາຍົກລັດຖະມົນຕີໄທໄດ້ເຂົ້າຮ່ວມພິທີດັ່ງ​ກ່າວ​ແລະ​ໄດ້​ຂີ່ລົດໄຟໂດຍ ຕົນເອງ.

 

ນັບແຕ່ໄດ້ເຂົ້າ​ສູ່ຕະຫຼາດໄທເປັນຕົ້ນມາ, ບໍລິສັດລົດ​ໄຟ​ຮຸ່ນ​ສ່ວນ​ຈຳ​ກັດ​ຊາງ​ຊຸນໄດ້ສະໜອງລົດໄຟລອຍ​ຟ້າ​ໃນຕົວເມືອງ 164 ຂະ​ບວນແລະລົດໄຟໂດຍສານ ທັງໝົດ 115 ຂະ​ບວນ.

 

ການອອກແບບລົດໄຟໂດຍລວມແມ່ນ​ເທົ່າ​ທຽມກັບມາດຕະການສູງ ສຸດຂອງເອີ ຣົບ, ໃນນັ້ນ,​ຄວາມສາມາດດ້ານການປ້ອງກັນການຕຳກັນແລະການ​ເກີດ​ອັກ​ຄີ​ໄພ ໄດ້ຮັບການຍົກສູງຂຶ້ນຕື່ມ. ເພື່ອໃຫ້​ສອດ​ຄ່ອງ​ກັບ​ດິນ​ຟ້າອາກາດທີ່ມີອຸນຫະພູມ​ສູງແລະຄວາມຊຸ່ມສູງຂອງນະຄອນຫຼວງບາງກອກ, ຜູ້ອອກແບບຍັງໄດ້ຕິດຕັ້ງ ລະ ບົບແອເຢັນທີ່ມີ​ຄຸນ​ນະ​ພາບສູງ, ສະ​ນັ້ນ​ຈຶ່ງແມ່ນຜະລິດຕະພັນລົດໄຟລອຍຟ້າລະ ດັບສາກົນທີ່​ສະ​ໜອງ​ໃຫ້​ເສັ້ນ​ທາງລົດໄຟລອຍຟ້າ BTS ຂອງນະຄອນຫຼວງ ບາງກອກ.

 

 

 

 

ຄຳ​ເຫັນ

0