莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ສຳຫຼວດກວດ​ກາ​​ເອ​ກະ​ສານທາງກົດ​ໝາຍ RCEP ​ໄດ້​ເລີ່ມ​​ຂຶ້ນ​ໃນ​ອາ​ທິດນີ້

2019-12-06 15:06:06 CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ທັນ​ວານີ້, ເມື່ອ​ກ່າວ​ເຖິງ “ສັນ​ຍາ​​ວ່າ​ດ້ວຍຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານໃນ​​ພາກ​ພື້ນ”, ທ່ານ​ກ່າວ​ເຟີ່ງ, ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ​ການ​ສຳຫຼວດກວດ​ກາ​​ເອ​ກະ​ສານ​ທາງກົດ​ໝາຍ​ຂອງ​ສັນ​ຍາ​ດັ່ງ​ກ່າວ​ໄດ້​ເລີ່ມ​ຂຶ້ນ​ພາຍ​ໃນ​ອາ​ທິດນີ້​ແລ້ວ, ຝ່າຍ​ຕ່າງໆ​ຍິນ​ດີ​ໃຫ້​ອິນ​ເດຍ​ເຂົ້າ​ຮ່ວມ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ​ກ່າວ​ເຟິ່ງ​ຊີ້​ໃຫ້​ເຫັນ​ວ່າ, “ປັດ​ຈຸ​ບັນ, ຝ່າຍ​ຕ່າງໆ​ຂອງ RCEP ໄດ້​ຊຸກ​ຍູ້​ວຽກ​ງານ​ກ່ຽວ​ຂ້ອງ​ໂດຍ​ອີງ​ຕາມ​ທິດ​ທາງ​ທີ່​​ໄດ້ກຳ​ນົດ​​ໄວ້ໃນ​ກອງ​ປະ​ຊຸມ​ຜູ້​ນຳ RCEP . ​ການ​ສຳຫຼວດກວດ​ກາເອ​ກະ​ສານທາງ​ກົດ​ໝາຍ​ໄດ້​ເລີ່ມ​ຂຶ້ນ​ພາຍ​ໃນ​ອາ​ທິດນີ້​ແລ້ວ, ຝ່າຍ​ຕ່າງໆ​ພວມ​ດຳ​ເນີນ​ວຽກ​ງານ​ດັ່ງ​ກ່າວ​ຢູ່​​ນະ​ຄອນຫຼວງ​ຈາ​ກາກ​ຕາ​​ປະ​ເທດ​ອິນ​ໂດ​ເນ​ເຊຍ, ສະ​ມາ​ຊິກ​ກ່ຽວ​ຂ້ອງກໍ່​ພວມ​ແລກ​ປ່ຽນ​​ຄວາມ​ຄິດ​ເຫັນ​ກ່ຽວ​ກັບບັນ​ຫາ​ທີ່​ຄົງ​ຄ້າງ​​ຈຳ​ນວນ​ໜຶ່ງ​ກ່ຽວ​ກັບ​ການ​ອະ​ນຸ​​ຍາດ​ໃຫ້​ເຂົ້າ​ເຖິງ​ຕະຫຼາດ​ເຊິ່ງ​ກັນ​ແລະ​ກັນ.”

ຄຳ​ເຫັນ

0