赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫານ​ເຈິ້ງ​ພົບ​ປະ​ກັບ​ຄະ​ນະ​ອົງ​ການ​ປົກ​ຄອງ​ຊຸດ​ໃໝ່​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ

2019-12-06 19:15:04 cri

 

ຕາມ​ຂ່າວ CRI: ຕອນ​ເຊົ້າ​ວັນ​ທີ 6 ທັນ​ວາ ທ່ານ​ຫານ​ເຈິ້ງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົມ​ນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ຄະ​ນະ​ອົງ​ການ​ປົກ​ຄອງ​ຊຸດ​ໃໝ່​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ທີ່​ນຳ​ໂດຍ​ທ່ານ​ເຮີ້​ອີ​ເສິງ ເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ງານ​ເຂດ​ພິ​ເສດ​ມາ​ກາວ​ທີ່​ຄອຍ​ຖ້າ​ຂຶ້ນ​ຮັບ​ຕຳ​ແໜ່ງ​ນັ້ນ ຢູ່​ທີ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ.

ທ່ານ​ຫານ​ເຈິ້ງ​ຊີ້​ອອກວ່າ, ຕະ​ຫຼອດ​ໄລ​ຍະ 20 ປີ​ນັ​ບ​ແຕ່​​ກັບ​ຄືນ​ສູ່​ປະ​ເທດ​ຊາດ, ວຽກ​ງານ​ທຸກ​ດ້ານ​ຂອງ​ມາ​ກາວ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຮຸງ​ເຮືອງ, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ພຶດ​ຕິ​ກຳ​ທີ່​ສຳ​ເລັດ​ຜົນ​ຂອງຫຼັກ​ການ ປະ​ເທດ​ດຽວ​ສອງ​ລະ​ບອບ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ມາ​ກາວ. ທ່ານ​ຫວັງ​ວ່າ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ເຮີ້​ອີ​ເສີງ ອົງ​ການ​ປົກ​ຄອງ​ຊຸດ​ໃໝ່​ຂອງ​ມາ​ກາວ​​ຈະ​ຈັດ​ຕັ້ງ​ປ​ະ​ຕິ​ບັດ​ຕາມ​ທິດ​ທາງ ປະ​ເທດ​ດຽວ ສອງ​ລະ​ບອບ ຢ່າງ​ຮອບ​ດ້ານ​ແລະ​ຖືກ​ຕ້ອງ, ເຮັດ​ວຽກ​ໂດຍ​ອີງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ແລະ​ກົດ​ໝາຍ​ພື້ນ​ຖານ​ມາ​ກາວ​ຢ່າງ​ເຂັ້ມ​ງວດ, ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ, ມີ​ຄວາມ​ກ້າ​ຫານ​ໃນ​ການ​ຮັບ​ຜິດ​ຊອບ​ໜ້າ​ທີ່, ເຮັດ​ວຽກ​ເພື່ອ​ປະ​ຊາ​ຊົນ, ປອດ​ໄສ​ໄຮ້​ມົນ​ທິນ, ແລະ​ຍົກ​ຄວາມ​ສາ​ມາດ​ແລະ​ລະ​ດັບ​ໃນ​ການ​ດຳ​ເນີນ​ການ​ປົກ​ຄອງ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ, ພະ​ຍາ​ຍາມ​ແກ້​ໄຂ​ບັນ​ຫາ​ສຳ​ຄັນ​ທີ່​ອາດ​ຈະ​ກະ​ທົບ​ເຖິງ​ກາ​ນ​ພັດ​ທະ​ນາ​ໃນ​ໄລ​ຍະ​ຍາວ​ໄກ​ຂອງ​ມາ​ກາວ, ຮ່ວມ​ກັນ​ບາກ​ບັ່ນ​ສູ້​ຊົນ​ເພື່ອ​ສ້າງ​ມາ​ກາວ​ໃຫ້​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ຄວາມ​ໝັ້ນ​ຄົງ​ແລະ​ປະ​ຊາ​ຊົນ​ມີ​ຊີ​ວິດ​ອັນ​ຜາ​ສຸກ, ແບະ​ສືບ​ຕໍ່​ຊຸກ​ຍູ້​ພຶດ​ຕິ​ກຳ​ອັນ​ສຳ​ເລັດ​ຜົນ​ຂອງ​ຫຼັກ​ການ ປະ​ເທດ​ດຽວ​ສອງ​ລະ​ບອບ​ຢູ່​ມາ​ກາວ.

ຄຳ​ເຫັນ

0