赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ຈັດ​ພິ​ທີ​ມອບ​ທຶນ​ສຶກ​ສາທູດ​ຈີນ 2019 ​ໃຫ້​ແກ່​ນັກ​ສຶກ​ສາ​ຫວຽດ​ນາມ

2019-12-06 19:20:52 CRI

ຕາມ​ຂ່າວ CRI: ພິ​ທີ​ມອບ​ທຶນ​ສຶກ​ສາ​ທູດ​ຈີນ 2019 ໃຫ້​ແກ່​ນັກ​ສຶກ​ສາ​ຫວຽດ​ນາມ​ໄດ້​ຈັດ​ຂຶ້ນ​ຢູ່​ສະ​ຖານ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ທີ່​ນະ​ຄອນ​ຫຼວງ​ຮ່າ​ໂນຍ​ໃນ​ຕອນ​ເຊົ້າ​ວັນ​ທີ 6 ທັນ​ວານີ້  ໂດຍ​ທາງ​ສະ​ຖານ​ທູດ​ໄດ້​ມອບ​ທຶນ​ສຶກ​ສາ​ໃຫ້​ແກ່​ຕາງ​ໜ້າ​ນັກ​ສຶກ​ສາ​ຜູ້​ດີ​ເດັ່ນ 40 ຄົນ​ທີ່​ມາ​ຈາກ​ແຂວງ​ປັກ​ກ່ຽງ ແລະ​ແຂວງ​ທາຍ​ຫງຽວນ.

ໃນ​ພິ​ທີ​ດັ່ງ​ກ່າວ, ທ່ານ​ຊົງ​ໂປ ເອ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ​ປະ​ກອບ​ຄຳ​ເຫັນ​ວ່າ, ການມອບ​ທຶນ​ສຶກ​ສາ​ໃຫ້​ແກ່​ນັກ​ສຶກ​ສາ​ຫວຽດ​ນາມ ແມ່ນ​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ສຶກ​ສາ​ທິ​ການ​ລະ​ຫວ່າງ​ສອງ​ປະ​ເທດ. ໄວ​ໜຸ່ມ​ຫວຽດ​ນາມ​ຄວນ​ຮັບ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ທີ່​ສອງ​ປະ​ເທດ​ຈີນ-ຫວຽດ​ນາມ​ຄຽງ​ບ່າ​ຄຽງ​ໄຫຼ່​ສູ້​ຊົນ​ຮ່ວມ​ກັນ, ຫວັງ​ວ່າ​ບັນ​ດາ​ນັກ​ສຶກ​ສາ​ຈົ່ງ​ຢ່າ​ລືມ​ປະ​ຫວັດ​ສາດ, ສືບ​ຕໍ່​ເສີມ​ສ້າງ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ.

ຄຳ​ເຫັນ

0