莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ແທນ​ຈີນສະ​ເໜີ​ເຈດ​ຈຳ​ນົງ 3 ຂໍ້​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ພັດ​ທະ​ນາ​

2019-12-06 17:29:26 CRI

ວັນ​ທີ 5 ທັນ​ວານີ້, ​ຢູ່​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ທີ່​ນິວຢອກ, ທ່ານ​ອູ​ໄຮ​ທ່າວ ຮອງ​​ຜູ້​ຕາງ​ໜ້າ​ຈີນ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ລະ​ດັບ​ສູງ​ກ່ຽວ​ກັບ​ການພິ​ຈາ​ລະ​ນາ​ໄລ​ຍະ​ກາງ​​ຂອງ “ແຜນ​ການ​ດຳ​ເນີນງ​ານ​ກຸງວຽນ​” ແລະ​ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ.

“ແຜນ​ການ​ດຳ​ເນີນງ​ານ​ກຸງວຽນ​” ແມ່ນ​ຫຍໍ້​ຈາກ “ແຜນ​ການ​ດຳ​ເນີນ​​ງານກຸງວຽນ 10 ປີ​ຄື​ແຕ່​ປີ 2014-2024 ຂອງ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ”. ແຜນ​ການ​ດັ່ງ​ກ່າວ​ໄດ້​ກຳ​ນົດ​ວ່າ ໃຫ້​ໃຊ້​ວິ​ທີ​ກວມ​ລວມ​​ເພື່ອ​ຮັບ​ມື​ກັບ​ຄວາມ​ຕ້ອງ​ການ​ແລະ​​ສິ່ງທ້າ​ທາຍ​​​ພິ​ເສດໃນ​ການ​ພັດ​ທະ​ນາຂອງ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ຍ້ອນ​ປັດ​ໃຈ​ຕ່າງໆ​ເຊັ່ນ​ວ່າ​ເປັນ​ປະ​ເທດ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ, ທີ່​ຕັ້ງ​​ຢູ່​ເຂດຫ່າງ​ໄກ​​ຈາກ​ທະ​ເລ ແລະ​ການ​ຈຳ​ກັດ​ທາງ​ດ້ານ​ພູມ​ສັນ​ຖານ.

ທ່ານ​ອູ​ໄຮ​ອ່າວ​ໄດ້​ບັນ​ລະ​ຍາຍ​ເຈດ​ຈຳ​ນົງ 3 ຂໍ້​ເພື່ອ​ສະ​ໜັບ​ສະ​ໜູນ​ປະ​ເທດ​ເຫຼົ່າ​ນີ້​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ປີ 2030 ເຊັ່ນ: ໜຶ່ງ, ​ລົງ​ເລິກ​ຊຸກ​ຍູ້​ການພັດ​ທະ​ນາການ​ຮ່ວມ​ມື​​ສາ​ກົນ​, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ໃຫ້​ແກ່​ປະ​ເທດ​ເຫຼົ່າ​ນີ້. ສອງ, ຍຶດ​ໝັ້ນ​ການ​ປົກ​ປ້ອງ​ລັດ​ທິຫຼາຍ​ຝ່າຍ, ປົກ​ປ້ອງ​ລະ​ບົບ​ການ​ຄ້າຫຼາຍຝ່າຍ, ປະ​ຕິ​ບັດ “ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​​ການສ້າງ​ຄວາມ​ສະ​ດວກ​ແກ່​​ວຽກ​ງານການ​ຄ້າ”, ຊ່ວຍ​ປະ​ເທດ​ເຫຼົ່າ​ນີ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ບົບ​ການ​ຄ້າ​ສາ​ກົນ​ໃຫ້​​ໄດ້ດີກວ່າ​ເກົ່າ. ສາມ, ເລັ່ງ​ລັດ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເຊື່ອມ​ໂຍງ​ເຂົ້າ​ກັນ​ລະ​ຫວ່າງ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ກັບ​ປະ​ເທດ​​ທາງຜ່ານ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ເຫຼົ່າ​ນີ້​ໄດ້​ຮັບ​ຄວາມກ້າວ​ໜ້າ​ຢ່າງ​ຮອບ​ດ້ານ.

ປັດ​ຈຸ​ບັນ ມີ 32 ປະ​ເທດ​​ໄດ້ຖືກ​ກຳ​ນົດ​​ໃຫ້ເປັນ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ ເຊິ່ງ​​ຢູ່​ອາ​ຟ​ຣິ​ກກາ 16 ປະ​ເທດ, ອາ​ຊີ 10 ປະ​ເທດ, ເ​ອີລົບ 4 ປະ​ເທດ, ອາ​ເມ​ຣິ​ກາ​ລາ​ຕີນ 2 ປະ​ເທດ.

ຄຳ​ເຫັນ

0