刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິ​ທີ​ເລີ່ມ​ການ​ສ້າງຫ້ອງ​ທົດ​ລອງ​ການຜະ​ລິດ​ສຽງ​ແລະ​ວິ​ດີ​ໂອ​ທີ່​ມີ​ຄວາມ​ລະ​ອຽດ​ສູງ​​ພິ​ເສດຫ້ອງ​ທຳ​ອິດ​ຂອງ​ຈີນ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້

2019-12-07 17:23:01 CRI

 

ວັນ​ທີ 6 ທັນ​ວາ​ນີ້, ພິ​ທີ​ເລີ່ມ​ການ​ສ້າງ​ຫ້ອງ​ທົດ​ລອງ​ສຳ​ຄັນ​ແຫ່ງ​ຊາດທີ່​ຜະ​ລິດ​ສຽງ​ ແລະ ວິ​ດີ​ໂອ​ທີ່​ມີ​ຄວາມ​ລະ​ອຽດ​ສູງ​ພິ​ເສດ​ທີ່​ຮັບ​ຜິດ​ຊອບ​ໂດຍ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່ບໍ​ລິ​ສັດ​ສື່​ສາ​ກົນ​ຊຽງ​ໄຮ້. ນີ້​ແມ່ນ​ຫ້ອງ​ທົດ​ລອງ​ສຳ​ຄັນ​ແຫ່ງ​ຊາດ​ທີ່​ຜະ​ລິດ​ສຽງ​ ແລະ ວິ​ດີ​ໂອ​ທີ່​ມີ​ຄວາມ​ລະ​ອຽດ​ສູງ​​ພິ​ເສດຫ້ອງ​ທຳ​ອິດ​ຂອງ​ຈີນ.

ທ່ານ​ເຊີ້​ໄຮ​ຊົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ, ທ່ານ​ຢິ້ງ​ຢົງ ຮອງ​ເລ​ຂາຄະ​ນະ​ພັກ​ ທັງ​ເປັນ​ເຈົ້າ​ຄອງ​ກຳ​ແພງນະ​ຄອນ​ຊຽງ​ໄຮ້ ພ້ອມ​ດ້ວຍ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ.

ທ່າຍ​ເຊີ້ນ​ໄຮ​ຊົງ​ໄດ້​ກ່າວ​ໃນເວ​ລາ​ປະ​ກອບ​ຄຳ​ເຫັນ​ວ່າ: ການ​ເລີ່ມ​ການ​ສ້າງ​ຫ້ອງ​ທົດ​ລອງ​ສຳ​ຄັນ​ແຫ່ງ​ຊາດ​ທີ່​ຜະ​ລິດ​ສຽງ​ ແລະ ວິ​ດີ​ໂອ​ທີ່​ມີ​ຄວາມ​ລະ​ອຽດ​ສູງພິ​ເສດ ແມ່ນ​ວິ​ທີ​ສຳ​ຄັນ​ທີ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ຊີ້​ແຈງ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ສື່​ແບບ​ເຊື່ອມ​ໂຍງ​ເຂົ້າ​ກັນ, ຊຸກ​ຍູ້​ຍຸດ​ທະ​ສາດ​ການ​ພັດ​ທະ​ນາລະ​ບົບ 5G+4K ແລະ 8K+AI, ສຸມ​ກຳ​ລັງ​ສ້າງ​ສື່​ສຳ​ຄັນ​ແບບ​ໃໝ່ ແລະ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ສາ​ກົນ​ທີ່​ມີ​ກຳ​ລັງ​ນຳ​ພາ, ກຳ​ລັງ​ການ​ເຜີຍ​ແຜ່ ແລະ​ອິດ​ທິ​ພົນ​ທີ່​ເຂັ້ມ​ແຂງ. ຫ້ອງ​ທົດ​ລອງ​ດັ່ງ​ກ່າວ​ຈະ​ອີງ​ໃ​ສ​ສະ​ພາບ​ແວດ​ລ້ອມ​ຊຽງ​ໄຮ້​ທີ່​ມີການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ດີ​ເດັ່ນ ແລະ​ຊັບ​ພະ​ຍາ​ກອນ​ການສຶກ​ສາ​ແລະ​ການ​ຄົ້ນ​ຄວ້າ​​ວິ​ທະ​ຍາ​ສາດ​ທີ່ເປັນ​ລະ​ດັບ​ໜຶ່ງ, ນຳ​ໃຊ້​ຜົນ​ສຳ​ເລັດ​ດ້ານ​ສື່ມວນ​ຊົນ, ການ​ສື່​ສານ ແລະ​ການ​ປະ​ຕິ​ວັດ​ດ້ານ​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ຢ່າງ​ເຕັມ​ສ່ວນ ເພື່ອ​ສ້າງເປັນ​ຫ້ອງ​​ທົດ​ລອງ​ໂຕ​ແບບທີ່​ມີ​ບົດ​ບາດ​ຊີ້​ນຳ​ໃນ​ການ​ຄົ້ນ​ຄວ້າ​ແລະ​ນຳ​ໃຊ້​ເຕັກ​ນິກ​ການ​ເຊື່ອມ​ໂຍງ​ສື່ມວນ​ຊົນ​ໃນ​ການ​ຜະ​ລິດ​ສຽງ​ແລະ​ວິ​ດີ​ໂອ.

ຄຳ​ເຫັນ

0